ນີ້ແມ່ນເນື້ອໃນໄດ້ເຫັນດີເປັນເອກະພາບໃນກອງປະຊຸມຄັ້ງທີ 10 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະອາເມລິກາ (JCM10) ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 15-17 ຕຸລາ, ທີ່ວໍຊີງຕັນດີຊີ (ອາເມລິກາ).

leftcenterrightdel
ຫົວໜ້າຄະນະກໍາມະການປະສົມກ່ຽວກັບການຮ່ວມມືວິທະຍາສາດ ແລະເຕັກໂນໂລຢີຂອງຫວຽດນາມ-ອາເມລິກາ ມອບຂອງຂວັນເປັນທີ່ລະນຶກໃຫ້ກັນ. ພາບ: ທູຮ່ຽນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍເທ໋ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ, ສອງຝ່າຍໄດ້ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສາທາລະນະສຸກ, ວິທະຍາສາດສຸຂະພາບ, ກະສິກໍາ, ອຸດສາຫະກໍາ...

ຜູ້ຕາງໜ້າຝ່າຍອາເມລິກາ, ທ່ານນາງ Judith Garber, ຮອງຜູ້ຊ່ວຍວຽກລັດຖະມົນຕີປະຈໍາການຕ່າງປະເທດ, ຜູ້ຮັບຜິດຊອບບັນດາບັນຫາກ່ຽວກັບມະຫາສະໝຸດ, ສິ່ງແວດລ້ອມ ແລະວິທະຍາສາດສາກົນເນັ້ນໜັກວ່າ, ຫວຽດນາມແມ່ນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ສອງຝ່າຍພວມມຸ່ງໄປເຖິງການສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສັນຍາວິທະຍາສາດ ແລະເຕັກໂນໂລຢີຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ທູຮ່ຽນ.

ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 9, ໃນຂອບເຂດ JCM10 ຄັ້ງນີ້ (ໄລຍະ 2019-2020), ອາເມລິກາ ຈະສືບຕໍ່ຍູ້ແຮງການຮ່ວມມືວິທະຍາສາດ ແລະເຕັກໂນໂລຢີກັບຫວຽດນາມ ໃນບັນດາຂົງເຂດ ຄື: ສາທາລະນະສຸກ ແລະສຸຂະພາບ...

ໂດຍ: ຫງວຽນກຸກ