leftcenterrightdel
ກະຊວງຕໍາຫຼວດ ມອບເງິນຈໍານວນ 5 ຕື້ດົ່ງ ໃຫ້ແກ່ໂຮງໝໍມິດຕະພາບຫວຽດດຶກ. ພາບ: hanoimoi.com.vn.

ສຈ. ປອ ເຈິ່ນບິ່ງຢາງ, ຜູ້ອໍານວຍການໂຮງໝໍມິດຕະພາບຫວຽດດຶກ ໃຫ້ຮູ້ວ່າ, ທະນາຄານແພຈຸລັງເຄື່ອນໄຫວດ້ວຍພາລະບົດບາດ, ໜ້າທີ່ແມ່ນ: ຮັບເອົາ, ເກັບຮັກສາ, ຂົນສົ່ງແພຈຸລັງ; ສະໜອງແພຈຸລັງໃຫ້ບັນດາຮາກຖານການແພດ, ຮາກຖານຄົ້ນຄວ້າ, ບໍາລຸງສ້າງການແພດ; ສະໜອງ, ແລກປ່ຽນແພຈຸລັງກັບບັນດາທະນາຄານແພຈຸລັງອື່ນໆ; ຮ່ວມມືກັບບັນດາອົງການຈັດຕັ້ງ, ບຸກຄົນຕ່າງປະເທດໃນການແລກປ່ຽນແພຈຸລັງແນໃສ່ຈຸດປະສົງກວດ, ປິ່ນປົວພະຍາດ,  ບໍາລຸງສ້າງ, ຄົ້ນຄວ້າແພດສາດ. ທີ່ພິທີ, ຜູ້ຕາງໜ້າກະຊວງຕໍາຫຼວດ ໄດ້ມອບໃຫ້ໂຮງໝໍມິດຕະພາບຫວຽດດຶກ ເງິນຈໍານວນ 5 ຕື້ດົ່ງ ເພື່ອປະກອບຖັງບັນຈຸອະໄວຍະວະພາຍໃນ 6 ໜ່ວຍ ແລະບັນດາອຸປະກອນຮັບໃຊ້ໃຫ້ແກ່ທະນາຄານແພຈຸລັງ.

ໂດຍ: ທູຈາງ