ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນຫວຽດນາມ (14-10-1930/14-10-2018), ຕອນຄ່ຳວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະການຄ້າ... ໄດ້ຈັດຕັ້ງພິທີເຊີດຊູ ແລະມອບນາມມະຍົດຊາວກະສິກອນດີເດັ່ນຂອງຫວຽດນາມ ປີ 2018 ໃຫ້ຊາວກະສິກອນ 63 ຄົນ. ເຂົ້າຮ່ວມພິທີມີທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ; ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ; ທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ.

leftcenterrightdel
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບນາມມະຍົດ ແລະຖ່າຍຮູບກັບຊາວກະສິກອນດີເດັ່ນຈຳນວນໜຶ່ງຂອງຫວຽດນາມ ປີ 2018. ພາບ: ຫງວຽນກຽມ

ຊາວກະຊິກອນດີເດັ່ນ 63 ຄົນໄດ້ຄັດເລືອກຕາມ 6 ກຸ່ມຂົງເຂດຕົ້ນຕໍແມ່ນ: ປູກຝັງ; ລ້ຽງສັດ; ປະດິດຄິດສ້າງ-ດັດແປງເຕັກນິກ; ຜະລິດດຳເນີນທຸລະກິດ ແລະປຸງແຕ່ງຜະລິດຕະພັນກະເສດ; ກໍ່ສ້າງຊົນນະບົດໃໝ່; ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ລາຍການເຊີດຊູ ແລະມອບນາມມະຍົດ “ຊາວກະສິກອນດີເດັ່ນຂອງຫວຽດນາມ” ໄດ້ຮັບການຈັດຕັ້ງຄັ້ງທຳອິດໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ເປັນເຈົ້າພາບ, ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະການຄ້າ ຊີ້ນຳຈັດຕັ້ງໃນປີ 2013. ນີ້ແມ່ນປີທີ 6 ທີ່ໄດ້ຈັດຕັ້ງການຄັດເລືອກ ແລະມອບນາມມະຍົດຊາວກະສິກອນດີເດັ່ນຂອງ ຫວຽດນາມ.

ໂດຍ: ທູຮັ່ງ