ໃນຊຸມປີຜ່ານມາ, ການເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ, ບັນດາກົມກອງ ທະຫານຊາຍແດນແຂວງກອນຕູມ ຍາມໃດກໍ່ໜູນຊ່ວຍ, ຊ່ວຍເຫຼືອກຳລັງປ້ອງກັນຊາຍແດນ ແລະປະຊາຊົນແຂວງ Rattanakiri (ກຳປູເຈຍ) ແລະ ສອງແຂວງອັດຕະປື, ເຊກອງ (ລາວ) ດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ ຄື: ສົມທົບໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ກູ້ຊີບກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໜູນຊ່ວຍດ້ານສະບຽງອາຫານ, ຢາປົວພະຍາດ, ວັດສະດຸກໍ່ສ້າງ...

ໃນເຂດສາມແຍກອິນດູຈີນ, ກຳລັງປ້ອງກັນຊາຍແດນຂອງສາມປະເທດໄດ້ຮ່ວມແຮງຮ່ວມໃຈກັນເພີ່ມພູນຄູນສ້າງ “ສວນດອກໄມ້” ແຫ່ງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ສ້າງທ່າຢືນທີ່ໝັ້ນຄົງ, ໜັກແໜ້ນໃນພາລະກິດແຫ່ງການກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນຂອງແຕ່ລະປະເທດ.

leftcenterrightdel
ຜູ້ຕາງໜ້າກຳລັງປ້ອງກັນຊາຍແດນ 3 ປະເທດປູກຕົ້ນໄມ້ໃນສວນຕົ້ນໄມ້ມິດຕະພາບສາມແຍກອິນດູຈີນ. ພາບ: ວັນລີ໋.
leftcenterrightdel
ກຳລັງປ້ອງກັນຊາຍແດນ 3 ແຂວງກອນຕູມ, ອັດຕະປື ແລະ Rattanakiri ພົບປະກັນທີ່ຫຼັກໝາຍຊາຍແດນສາມແຍກອິນດູຈີນ. ພາບ: ວັນລີ໋.
leftcenterrightdel
ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງທະຫານຊາຍແດນແຂວງກອນຕູມ ແລະກຳລັງປ້ອງກັນຊາຍແດນ 2 ແຂວງອັດຕະປື ແລະເຊກອງ (ລາວ). ພາບ: ວັນລີ໋.
leftcenterrightdel
ທະຫານຊາຍແດນແຂວງກອນຕູມ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຂວງ Rattanakiri (ກຳປູເຈຍ). ພາບ: ວັນລີ໋.
leftcenterrightdel
ເສນາຮັກທະຫານຊາຍແດນແຂວງກອນຕູມ ກວດພະຍາດ, ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນປະເທດເພື່ອນມິດລາວ. ພາບ: ວັນລີ໋.

ໂດຍ: ແສງເພັດ