ກ່າວຄໍາເຫັນທີ່ວາລະອະພິປາຍ, ທ່ານນາງ Helena Konig, ຫົວໜ້າຄະນະເຈລະຈາອີຢູ; ຮອງຫົວໜ້າກົມໃຫຍ່ການຄ້າເອີລົບ ຊີ້ແຈ້ງຄວາມສໍາຄັນຂອງ FTA ແລະ IPA ລະຫວ່າງອີຢູ ກັບຫວຽດນາມ, ພ້ອມທັງຢັ້ງຢືນຄວາມຈັບອົກຈັບໃຈຂອງຫວຽດນາມ ດ້ວຍກໍາລັງແຮງດ້ານເສດຖະກິດນັບມື້ນັບເພີ່ມຂຶ້ນພ້ອມກັບຕະຫຼາດທີ່ມີພົນລະເມືອງ 95 ລ້ານຄົນ. ໃນສະພາວະທີ່ຫວຽດນາມມີຫຼາຍ FTA ດ້ວຍບັນດາຄູ່ຮ່ວມມືໃນພາກພື້ນ ແລະໃນໂລກ, ທ່ານນາງ Helena Konig ໃຫ້ຂໍ້ສັງເກດວ່າ, FTA ລະຫວ່າງອີຢູ ແລະຫວຽດນາມ ຈະຊ່ວຍໃຫ້ວິສາຫະກິດເອີລົບສໍາຜັດ ແລະເພ່ີມທະວີຄວາມສາມາດແກ່ງແຍ້ງຢູ່ທີ່ນີ້. ຄຽງຂ້າງນັ້ນ, IPA ຈະຊ່ວຍປົກປ້ອງບັນດານັກລົງທຶນເອີລົບ ດໍາເນີນທຸລະກິດຢູ່ຫວຽດນາມ.

leftcenterrightdel
ທ່ານ ເຈິ່ນກວກແຄ໋ງ, ຫົວໜ້າຄະນະເຈລະຈາຫວຽດນາມ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ກ່າວຄໍາເຫັນທີ່ວາລະອະພິປາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມວິວັດທະນາການ, ຄະນະກໍາມະການເອີລົບ ຈະຝາກສໍາເນົາເອກະສານຂຶ້ນຕໍ່ສະພາເອີລົບ ເພື່ອຂໍໄດ້ຮັບສິດລົງນາມໃນສັນຍາ. ພາຍຫລັງໄດ້ຮັບລົງນາມ, ສະພາເອີລົບຍື່ນສັນຍາຕໍ່ EP ເພື່ອໃຫ້ບັນດາຜູ້ແທນປ່ອນບັດໃຫ້ສັດຕະຍາບັນ. EP ສາມາດດໍາເນີນລະບຽບການຮັບຮອງເອົາສັນຍາກ່ອນທີ່ຈະດໍາເນີນການເລືອກຕັ້ງລັດຖະສະພາເອີລົບສະໄໝໃໝ່, ເຊິ່ງຄາດຄະເນວ່າຈະດໍາເນີນໃນເດືອນ ພຶດສະພາ 2019.

ໂດຍ: ທູຈາງ