ຕອນເຊົ້າວັນທີ 10 ຕຸລາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັບສູນອາສາສະໝັກແຫ່ງຊາດສັງກັດສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ, ສູນຄົ້ນຄວ້າການພັດທະນາແບບຍືນຍົງ ພ້ອມດ້ວຍການໜູນຊ່ວຍຂອງຄະນະປະຕິບັດງານການາດາ ປະຈຳ ອາຊຽນ ຈັດຕັ້ງກອງປະຊຸມສົນທະນາຊາວໜຸ່ມອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍຫົວຂໍ້ວ່າ: “ຊາວໜຸ່ມແມ່ນປັດໄຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ”.

leftcenterrightdel
ກອງປະຊຸມສົນທະນາຊາວໜຸ່ມອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ພາບ: tienphong.vn.

ທີ່ກອງປະຊຸມສົນທະນາ, ຜູ້ຕາງໜ້າຊາວໜຸ່ມທີ່ມາຈາກ 10 ປະເທດອາຊຽນ ພ້ອມດ້ວຍຊາວໜຸ່ມຫວຽດນາມກ່ວາ 100 ຄົນ ແລະ ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະສາກົນທີ່ມາຈາກບັນດາອົງການຈັດຕັ້ງທີ່ເຄື່ອນໄຫວກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍ ແລະມາດຕະການແກ້ໄຂທີ່ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ພາກພື້ນອາຊຽນ ໃນປີ 2030.

ແຫຼ່ງຄັດຈາກ: vovworld.vn