ຈຸດປະສົງຂອງກອງປະຊຸມແມ່ນແນະນຳ, ໂຄສະນາເຜີຍແຜ່ຂະແໜງຜະລິດ, ສົ່ງອອກເຂົ້າສານຫວຽດນາມ, ເນັ້ນໜັກເຖິງບັນດາຜົນງານໃນການຍົກສູງຄຸນນະພາບ ແລະມູນຄ່າເພີ່ມຂອງບັນດາຜະລິດຕະພັນເຂົ້າເປືອກ, ເຂົ້າສານຂອງຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອໂຄສະນາເຂົ້າສານຫວຽດນາມ ໃນສະພາບທີ່ຫວຽດນາມ ພວມສຸມໃສ່ທຸກແຫຼ່ງກຳລັງເພື່ອແນໃສ່ສ້າງເຄື່ອງໝາຍການຄ້າ, ຍົກສູງຄຸນນະພາບເຂົ້າສານ, ພ້ອມທັງຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາຕະຫຼາດສົ່ງອອກ ແລະກອບນິຕິກໍາໃໝ່ໃນການບໍລິຫານການເຄື່ອນໄຫວສົ່ງອອກເຂົ້າສານ.

leftcenterrightdel
ພາບປະກອບຄັດຈາກ congnghieptieudung.vn

ກອງປະຊຸມຈະມີການເຂົ້າຮ່ວມຂອງຜູ້ແທນສາກົນປະມານ 200 ຄົນທີ່ມາຈາກຫຼາຍປະເທດຢູ່ພາກພື້ນ ແລະໃນໂລກ. ເນື້ອໃນນຳສະເໜີ ແລະປຶກສາຫາລືຂອງບັນດານັກປາຖັກກະຖາຈະສຸມໃສ່ເຂົ້າບັນດາບັນຫາກ່ຽວກັບສະພາບການຜະລິດ, ສົ່ງອອກເຂົ້າສານ; ກົນໄກນະໂຍບາຍບໍລິຫານການສົ່ງອອກເຂົ້າສານ; ກົນໄກຜະລິດເຂົ້າສານໃຫ້ມີຄຸນນະພາບ ແລະຍຸດທະສາດພັດທະນາຕະຫຼາດເຂົ້າສານຫວຽດນາມ ໃນໄລຍະຈະມາເຖິງ...

ໂດຍ: ທູຮັ່ງ