ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງເລື່ອງກຸ່ມບໍລິສັດ Hanwha ມີແຜນການເປີດກວ້າງການລົງທຶນເຂົ້າຫວຽດນາມ, ພິເສດແມ່ນການລົງທຶນເຂົ້າຂົງເຂດເຕັດໂນໂລຢີສູງ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງ, ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນດ້ວຍການເຂົ້າຮ່ວມບັນດາສັນຍາການຄ້າເສລີ. ນີ້ແມ່ນຈຸດດຶງດູດ, ແມ່ນກາລະໂອກາດສໍາລັບບັນດານັກລົງທຶນທີ່ເຂົ້າທຳມາຫາກິນຢູ່ຫວຽດນາມ ກໍ່ຄືເປີດກວ້າງການຜະລິດ. ທ່ານ ຫງວຽນຊວນຟຸກ ຢືນຢັນຄໍາໝັ້ນສັນຍາຂອງລັດຖະບານວ່າ ຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດບັນລຸຜົນສໍາເລັດຢູ່ຫວຽດນາມ ແລະປາດຖະໜາວ່າກຸ່ມບໍລິສັດ Hanwha ຈະແມ່ນແບບຢ່າງທີ່ດີກ່ຽວກັບການລົງທຶນ FDI ຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານ Youn Chul Kim. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Youn Chul Kim ສະແດງຄວາມປາດຖະໜາວ່າລັດຖະບານຫວຽດນາມ ຈະອອກໃບຢັ້ງຢືນວິສາຫະກິດເຕັກໂນໂລຢີສູງສໍາລັບໂຮງງານຜະລິດອຸປະກອນປ້ອງກັນຄວາມສະຫງົບຂອງກຸ່ມບໍລິສັດທີ່ຕັ້ງຢູ່ແຂວງບັກນີງ ໂດຍໄວ, ກໍ່ຄືສ້າງເງື່ອນໄຂເພື່ອເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ ໃນຂົງເຂດການເງິນ, ການໃຊ້ສອຍ ແລະຄຸ້ມຄອງຊັບສິນ.

ໃນວັນດຽວກັນ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Spencer Damian White, ຜູ້ອໍານວຍການບໍລິຫານບໍລິສັດ Delta Offshore Energy.

ຊົມເຊີຍ ແລະຕີລາຄາສູງເລື່ອງບໍລິສັດໄດ້ເຂົ້າຮ່ວມການລົງທຶນໂຄງການໄຟຟ້າໃຊ້ພະລັງງານອາຍແກັສ ຢູ່ບາກລຽວ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ສົ່ງເສີມບັນດາວິສາຫະກິດຕ່າງປະເທດລົງທຶນເຂົ້າບັນດາໂຄງການພະລັງງານ, ໃນນັ້ນມີບັນດາໂຄງການພະລັງງານທີ່ຜະລິດຄືນໃໝ່.

leftcenterrightdel
ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານ Spencer Damian White. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາບໍລິສັດ Delta Offshore Energy ໃຫ້ຮູ້ວ່າ, ຈະມານະພະຍາຍາມຍູ້ໄວຄວາມຄືບໜ້າການດໍາເນີນໂຄງການພາຍຫຼັງທີ່ມີຂໍ້ຕົກລົງແຜນນະໂຍບາຍລົງທຶນ. ທ່ານ Spencer Damian White ສະແດງຄວາມປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍຈາກລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະແຂວງບາກລຽວ ເພື່ອໃຫ້ໂຄງການເປີດນໍາໃຊ້ໂດຍໄວ.

 

ໂດຍ: ບົວພອນ