ມາຮອດປະຈຸບັນ, ກໍ່ບັນລຸໄດ້ບາງໝາກຜົນໃນເບື້ອງຕົ້ນແລ້ວ. ເດືອນພຶດສະພາປີ 2018, ຄະນະນັກກວດກາຂອງ EU ມາກວດກາ, ສຳຫຼວດຢູ່ບາງທ້ອງຖິ່ນ ແລະຮັບຮູ້ໃນຄວາມມານະພະຍາຍາມຂອງຫວຽດນາມ ແລະມາດຕະການຂ້ຽວຂາດຂອງຫວຽດນາມ ໃນການແກ້ໄຂເພື່ອໃຫ້ EU ຖອນບັດເຫຼືອງໂດຍໄວ.

leftcenterrightdel
ທ່ານ ເລກວກແຢງ ຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ. ພາບ: nongnghiep.vn.

ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີບາງບັນຫາທີ່ ຫວຽດນາມ ສືບຕໍ່ຍູ້ແຮງເພື່ອແກ້ໄຂ. ທ່ານຮອງລັດຖະມົນຕີ ເລກວກແຢງ ໃຫ້ຮູ້ວ່າ: “ສ້າງກອບກົດໝາຍໃຫ້ສົມບູນແບບ; ຄວບຄຸມກ່ຳປັ່ນດ້ວຍການຕິດຕັ້ງບັນດາອຸປະກອນ; ຮັບປະກັນການປະຕິບັດກົດໝາຍ, ບໍ່ໃຫ້ເກີດສະພາບກ່ຳປັ່ນຫາປາຢູ່ເຂດທະເລບໍ່ຂຶ້ນກັບອະທິປະໄຕ; ຮັບປະກັນການກວດກາຕົ້ນກຳເນີດຂອງສິນໃນນ້ຳໃຫ້ຖືກຕາມກົດໝາຍເມື່ອສົ່ງອອກ. ກະຊວງກະສິກຳ ແລະພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຜ່ານທາງອິນເຕີແນັດ ແລະມີແຈ້ງການກ່ຽວກັບບັນດາມາດຕະການປະຕິບັດຄົບຊຸດ. ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ປະກາດໃຊ້ຈົດໝາຍທາງການຊີ້ນຳບັນດາມາດຕະການຮີບດ່ວນ ແລະໜ້າທີ່ຈຸດສຸມເພື່ອມຸ່ງໄປເຖິງການຍົກເລີກບັດເຫຼືອງ.”

ຕາມແຜນການແລ້ວ, ທ້າຍເດືອນຕຸລາ, ຄະນະສະມາຊິກລັດຖະສະພາ EU ຈະມາຫວຽດນາມ ເພື່ອຕີລາຄາການປະຕິບັດບັນດາຂໍ້ສະເໜີແນະເຊິ່ງ EU ຍົກອອກມາໃນການຈັບຫາສິນໃນນ້ຳ.

ແຫຼ່ງຄັດຈາກ: vovworld.vn