ທີ່ວາລະປະຊຸມຄັ້ງນີ້, ບັນດາອົງການກວດສອບສູງສຸດ (SAI) ສະມາຊິກ  ASOSAI ໄດ້ດໍາເນີນການເລືອກຕັ້ງ 5 ສະມາຊິກຄະນະບໍລິຫານ ASOSAI ແລະ 2 ສະມາຊິກຄະນະກໍາມະການກວດສອບ ASOSAI ອາຍຸການ 2018-2021.

leftcenterrightdel
ບັນດາຫົວໜ້າຄະນະ ປ່ອນບັດເລືອກຕັ້ງສະມາຊິກຄະນະບໍລິຫານ ແລະຄະນະກໍາມະການກວດສອບ ASOSAI ອາຍຸການ 2018-2021. ພາບ: ງອັກທື.

ທີ່ວາລະປະຊຸມ, ທ່ານ ດ່ວານຊວນຕຽນ, ຮອງປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳສະເໜີບົດລາຍງານກອງປະຊຸມຫົວເລື່ອງສະເພາະ ຄັ້ງທີ 7 “ການກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ”.

leftcenterrightdel
ບັນຍາກາດທີ່ວາລະປະຊຸມຄົບຄະນະ ຄັ້ງທີ 2 ກອງປະຊຸມໃຫຍ່ ASOSAI 14. ພາບ: ງອັກທື.

ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມກໍ່ໄດ້ຮັບຟັງຜູ້ຕາງໜ້າ SAI ອິນເດຍ ນຳສະເໜີກ່ຽວກັບຂັ້ນຕອນໃຫ້ແກ່ການສ້າງກອບຖະແຫຼງການດ້ານວິຊາສະເພາະຂອງອົງການຈັດຕັ້ງບັນດາອົງການກວດສອບສູງສຸດໂລກ (INTOSAI) ເອີ້ນຫຍໍ້ວ່າ IFPP ແລະບັນດາເອກະສານນອກ IFPP, ຜູ້ຕາງໜ້າ SAI ລາວ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງ ASEANSAI ແລະຜູ້ຕາງໜ້າ SAI ປາກິດສະຖານ ລາຍງານກ່ຽວກັບການເຄື່ອນໄຫວຂອງອົງການຈັດຕັ້ງຮ່ວມມືດ້ານເສດຖະກິດບັນດາອົງການກວດສອບສູງສຸດ (ECOSAI). ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບເລື່ອງອະນຸຍາດໃຫ້ ECOSAI ເປັນຜູ້ສັງເກດການຂອງ ASOSAI. ວາລະປະຊຸມຄົບຄະນະ ຄັ້ງທີ  2 ຂອງກອງປະຊຸມໃຫຍ່ ASOSAI 14 ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ.

ໂດຍ: ທູຈາງ