ທີ່ເຫດການ, ທ່ານ ໂງແຊກທຶກ ປະທານສະມາຄົມມິດຕະພາບຫວຽດນາມ-ມາເລເຊຍ ເນັ້ນໜັກວ່າ, ໃນ 45 ປີ ຜ່ານມານັບແຕ່ແຫ່ງວັນສ້າງຕັ້ງການພົວພັນທາງການທູດມາຮອດປັດຈຸບັນ, ສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ມາເລເຊຍ ໄດ້ມີບັນດາບາດກ້າວພັດທະນາໃນທຸກຂົງເຂດ: ການເມືອງ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການອອກແຮງງານ, ການທ່ອງທ່ຽວ...

leftcenterrightdel
ບັນດາຜູ້ແທນຂອງສອງປະເທດຖ່າຍຮູບທີ່ລະນຶກ. ພາບ: baoquocte.vn.

ທ່ານ Zamruni Khalid ເອກອັກຄະລັດຖະທູດມາເລເຊຍ ປະຈໍາຫວຽດນາມ ແຈ້ງວ່າ: ມາເລເຊຍ ແລະຫວຽດນາມ ໄດ້ບັນລຸບັນດາຂີດໝາຍສໍາຄັນໃນການພົວພັນດ້ານເສດຖະກິດ, ພິເສດແມ່ນໃນຂົງເຂດເສດຖະກິດລົງທຶນ, ການຄ້າ ແລະການທ່ອງທ່ຽວ. ມາເລເຊຍ ສືບຕໍ່ແມ່ນນັກລົງທຶນໃຫຍ່ທີ 7 ຢູ່ຫວຽດນາມ ດ້ວຍຍອດເງິນທຶນ FDI ກວ່າ 12,2 ຕື້ໂດລາສະຫະລັດ.

ທ່ານ Zamruni Khalid ເຊື່ອໝັ້ນວ່າການຮ່ວມມືລະຫວ່າງມາເລເຊຍ ແລະຫວຽດນາມ ນັບມື້ນັບແໜ້ນແຟ້ນ, ກ້າວໄປເຖິງບັນລຸໄດ້ບັນດາຄາດໝາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ມາເລເຊຍ.

ໂດຍ: ທູຈາງ