ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ, ງານມະໂຫລານໂທລະພາບທົ່ວກອງທັບຄັ້ງທີ XII ແມ່ນກາລະໂອກາດ ເພື່ອຕີລາຄາຄຸນນະພາບການເຄື່ອນໄຫວໂທລະພາບໃນກອງທັບ ແລະກໍ່ແມ່ນກາລະໂອກາດເພື່ອແລກປ່ຽນ, ຖອດຖອນບົດຮຽນລະຫວ່າງບັນດາຜູ້ເຮັດວຽກໃນຂົງເຂດສື່ມວນຊົນໃນທົ່ວກອງທັບ. ນີ້ແມ່ນວຽກເຮັດທີ່ຈຳເປັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຍູ້ແຮງວຽກງານໂຄສະນາ, ຍົກສູງຄຸນນະພາບບັນດາລາຍການຂອງຊ່ອງໂທລະພາບປ້ອງກັນຊາດຫວຽດນາມ ແລະລາຍການໂທລະພາບກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ກ່າວຄຳເຫັນທີ່ພິທີໄຂງານມະໂຫລານໂທລະພາບທົ່ວກອງທັບຄັ້ງທີ XII. ພາບ: ຕ໋ວນເຊີນ.

ການເຄື່ອນໄຫວດັ່ງກ່າວກໍ່ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິຂອງອົງຄະນະພັກກອງທັບຄັ້ງທີ X ແລະ ຄໍາສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ ຕິດພັນກັບບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ ແລະຄວາມເກັ່ງກ້າສາມາດ, ສົມກັບນາມມະຍົດທະຫານລຸງໂຮ່” ໃນກອງທັບໄດ້ຢ່າງມີໄຊ.

ໂດຍ: ສົມເພັດ