leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີວາງສີລາລຶກໂຄງການໂຮງງານໄຟຟ້າແສງຕາເວັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມພິທີມີທ່ານ ເຈືອງເຕິ໋ນຊາງ, ອະດີດປະທານປະເທດຫວຽດນາມ; ທ່ານ ເຈືອງຮວ່າບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ. ນີ້ແມ່ນໂຄງການໂຮງງານໄຟຟ້າແສງຕາເວັນແຫ່ງທໍາອິດຂອງແຂວງລອງອານ ໂດຍບໍລິສັດຫຸ້ນສ່ວນ ພະລັງງານ BCG ບັງເຢືອງ ເປັນເຈົ້າຂອງລົງທຶນດ້ວຍຍອດມູນຄ່າລົງທຶນທັງໝົດແມ່ນ 42 ລ້ານໂດລາສະຫະລັດ. ໂຄງການໄດ້ອະນຸມັດຜ່ານໂດຍກະຊວງອຸດສາຫະກໍາ ແລະການຄ້າ ດ້ວຍກໍາລັງຕິດຕັ້ງ 40,6 MW, ເຊິ່ງໄດ້ກໍ່ສ້າງໃນເນື້ອທີ່ກວ່າ 50 ເຮັກຕາ. ຄາດຄະເນວ່າ, ໂຮງງານຈະສໍາເລັດ ແລະນໍາເຂົ້າໃຊ້ງານກ່ອນເດືອນ ມິຖຸນາ 2019. ເມື່ອນໍາເຂົ້າໃຊ້ງານແລ້ວ, ໂຮງ ງານຕັ້ງເປົ້າໝາຍໃຫ້ບັນລຸປະລິມານການຜະລິດໄຟຟ້າສູງສຸດແມ່ນປະມານ 60 ລ້ານ kWh/ປີ.

ໂດຍ: ທູຈາງ