leftcenterrightdel
ບັນດາຜູ້ແທນສອງປະເທດເຂົ້າຮ່ວມພິທີເປີດນໍາໃຊ້ສວນສາທາລະນະ Fidel ຢູ່ແຂວງກວາງຈີ໊. ພາບ: vov.vn.

ເຂົ້າຮ່ວມພິທີມີ: ທ່ານ Salvador Valdés Mesa, ກໍາມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະສະພາລັດຖະມົນຕີກູບາ, ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນກູບາ. ຄະນະຜູ້ແທນຫວຽດນາມ ມີທ່ານ ເຈິ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາ, ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ອີກດ້ວຍ.

leftcenterrightdel
ທ່ານ ເຈິ່ນກວກເວື້ອງ ແລະທ່ານ Salvador Valdés Mesa ຕັດແຖບຜ້າເປີດນໍາໃຊ້ສວນສາທາລະນະ Fidel. ພາບ: dantri.com.vn.

ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້ສວນສາທາລະນະ Fidel, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ສວນສາທາລະນະ Fidel ໄດ້ຮັບການກໍ່ສ້າງ ແລະເປີດນໍາໃຊ້ໃນໂອກາດສະເຫຼີມສະຫຼອງວັນຜູ້ນໍາ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ຢູ່ແຂວງກວາງຈີ໊ ຄົບຮອບ 45 ປີ, ແມ່ນມີຄວາມໝາຍສໍາຄັນທີ່ສຸດກ່ຽວກັບນໍ້າໃຈມິດຕະພາບຖານອ້າຍນ້ອງຂອງປະຊາຊົນສອງປະເທດ ຫວຽດນາມ-ກູບາ, ພ້ອມທັງສະແດງໃຫ້ເຫັນນໍ້າໃຈຮັກແພງຂອງປະຊາຊົນແຂວງກວາງຈີ໊ ເວົ້າສະເພາະ ແລະປະຊາຊົນຫວຽດນາມ ເວົ້າລວມຕໍ່ຜູ້ນໍາ Fidel Castro.

ພາຍຫຼັງພິທີຕັດແຖບຜ້າ, ບັນດາຜູ້ແທນກູບາ ແລະຫວຽດນາມ ໄດ້ພ້ອມກັນປູກຕົ້ນໄມ້ເປັນທີ່ລະນຶກຢູ່ສວນສາທາລະນະ.

 

ໂດຍ: ໄຊນີດາ