ກ່າວຄໍາເຫັນທີ່ພິທີອັດ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເນັ້ນໜັກວ່າ, WEF ASEAN 2018 ເປັນວັນບຸນພົບປະແລກປ່ຽນບັນດາແນວຄວາມຄິດ, ຕີລາຄາຫຼາຍທິດກ່ຽວກັບບັນດາບັນຫາສໍາຄັນຕໍ່ກັບການພັດທະນາຂອງບັນດາປະເທດອາຊຽນໃນສະຖານະການການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຢ່າງເລິກເຊິ່ງ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ກ່າວຄໍາເຫັນທີ່ພິທີອັດກອງປະຊຸມ WEF ASEAN 2018. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈືອງຮວ່າບິ່ງ ຢືນຢັນວ່າ, ພຽງແຕ່ປ່ຽນແປງໃໝ່ຢ່າງຫົວຄິດປະດິດສ້າງດ້ວຍວິໄສທັດຫຼາຍທິດ ຈຶ່ງນໍາບັນດາປະເທດວິສາຫະກິດກ້າວຂຶ້ນໃນໂລກປັດຈຸບັນໄດ້. ສະນັ້ນ, ລັດຖະບານ ແລະວິສາຫະກິດບັນດາປະເທດອາຊຽນ ຄວນສືບຕໍ່ເສີມຂະຫຍາຍກໍາລັງພາຍໃນ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການປະດິດສ້າງ, ສ້າງເປັນກໍາລັງໜູນຈະເລີນເຕີບໂຕໃໝ່ໃຫ້ແກ່ການພັດທະນາຈະເລີນໝັ້ນຄົງໃນໂລກທີ່ພວມເຄື່ອນເໜັງຢ່າງວ່ອງໄວດ້ວຍເຕັກໂນໂລຢີໃໝ່. ລັດຖະບານຫວຽດນາມ ຍາມໃດກໍ່ກຽມພ້ອມ ແລະກໍາລັງສ້າງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາ.

ຜ່ານ WEF ASEAN 2018, ຫວຽດນາມ ປາດຖະໜາວ່າເວທີປຶກສາຫາລືເສດຖະກິດໂລກຈະຊຸກຍູ້ການເຈລະຈາ, ເພີ່ມທະວີການພົວພັນຄູ່ຮ່ວມມືເປີດກວ້າງເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຈະເລີນໝັ້ນຄົງ.

ໂດຍ: ຮວ່າງເຈື່ອງ