ບົດລາຍງານຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມກໍ່ຄືຄໍາເຫັນປະກອບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລຖືວ່າ, ພາຍຫຼັງໄລຍະປະຕິບັດຍຸດທະສາດທະເລ, ເສດຖະກິດທະເລ, ແຄມທະເລໄດ້ຮັບການພັດທະນາຢ່າງຮອບດ້ານ. ຊີວິດການເປັນຢູ່ຂອງປະຊາຊົນແຄມທະເລໄດ້ຍົກສູງຂຶ້ນ. ບັນດາຂະແໜງເສດຖະກິດຄືການທ່ອງທ່ຽວ,  ປູກລ້ຽງ, ຂຸດຄົ້ນ.. ໄດ້ຮັບການເຕີບໂຕ. ສະພາບເສດຖະກິດ-ສັງຄົມຢູ່ບັນດາແຂວງແຄມທະເລມີການຫັນປ່ຽນຢ່າງຈະແຈ້ງ. ວຽກງານປົກປັກຮັກສາສິ່ງແວດລ້ອມທະເລນັບມື້ນັບໄດ້ຮັບການເອົາໃຈໃສ່. ເຖິງຢ່າງໃດກໍ່ຕາມ, ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນບັນດາສິ່ງຈໍາກັດກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີທາງທະເລ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງບັນດາຄໍາເຫັນປະກອບ, ທ່ານກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລ, ແກ້ໄຂບັນດາສິ່ງຈໍາກັດ, ຄວາມອ່ອນດ້ອຍໃນແຕ່ລະຂົງເຂດ ແລະມີບັນດາວິທີການແກ້ໄຂຢ່າງທັນການ ເພື່ອແນໃສ່ປະຕິບັດເປົ້າໝາຍໃຫ້ປະເທດຫວຽດນາມ ມີຄວາມເຂັ້ມແຂງກ່ຽວກັບທະເລ ແລະສ້າງຄວາມຮັ່ງມີຈາກທະເລ.

 

ໂດຍ: ຫງວຽນກຸກ