ຜ່ານ 20 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ໃນວິວັດແຫ່ງການປະຕິບັດໜ້າທີ່, ກໍາລັງຕໍາຫຼວດທະເລຫວຽດນາມ ໄດ້ຕັ້ງໜ້າປະຕິບັດວຽກງານຂົນຂວາຍປະຊາຊົນຢ່າງທົ່ວເຖິງຢູ່ຫຼາຍແຂວງ, ນະຄອນໃນທົ່ວຂອບເຂດຂອງປະເທດ. ພິເສດ, ນັບແຕ່ຕົ້ນປີ 2017, ກໍາລັງຕໍາຫຼວດທະເລໄດ້ຜັນຂະຫຍາຍຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ບັນດາຕາແສງ, ເມືອງເກາະ, ເງື່ອນໄຂເສດຖະກິດ-ສັງຄົມທຸກຍາກ, ມີທີ່ຕັ້ງຍຸດທະສາດສໍາຄັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເຊີດຊູຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”. ພາບ: ຢຸຍຮົ່ງ.

ທີ່ພິທີເຊີດຊູ, ບັນດາຜູ້ແທນ ແລະຜູ້ຊົມໄດ້ຮັບຊົມຮູບເງົາເອກະສານກ່ຽວກັບການເຄື່ອນໄຫວຂົນຂວາຍປະຊາຊົນຂອງກໍາລັງຕໍາຫຼວດທະເລໃນໄລຍະຜ່ານມາ, ກໍຄືບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງພະນັກງານ, ນັກຮົບຕໍາຫຼວດທະເລ ແລະຊາວປະມົງໃນກິດຈະການປົກປັກຮັກສາສິ່ງແວດລ້ອມທະເລ, ປົກປັກຮັກສາຄວາມປອດໄພໃນການເຄື່ອນໄຫວອາຊີບຫາປາ, ການເຄື່ອນໄຫວເສດຖະກິດທະເລ, ຮັກສາການປະຕິບັດກົດໝາຍຢູ່ທະເລ...

leftcenterrightdel
ຜູ້ຕາງໜ້າຄະນະພັກ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນໃນພິທີເຊີດຊູຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”. ພາບ: ຢຸຍຮົ່ງ.

ເນື່ອງໃນໂອກາດນີ້, ຄະນະພັກ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ພະນັກງານ, ນັກຮົບຕໍາຫຼວດທະເລ ຈໍານວນ 20 ຄົນ; ຊາວປະມົງດີເດັ່ນທີ່ໄດ້ຮ່ວມເດີນທາງພ້ອມກັບຕໍາຫຼວດທະເລໃນຊຸມປີຜ່ານມາຈໍານວນ 12 ຄົນ ແລະ 10 ອົງການຈັດຕັ້ງການເມືອງ-ສັງຄົມພ້ອມກັບບັນດາວິສາຫະກິດທີ່ໄດ້ຮ່ວມເດີນທາງພ້ອມກັບກອງບັນຊາການຕໍາຫຼວດທະເລໃນການເຄື່ອນໄຫວຂົນຂວາຍປະຊາຊົນ.

ໂດຍ: ຮວ່າງເຈື່ອງ