ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ລາຊະອານາຈັກໄທ,  ທ່ານ ສົນທິລາ ສົນທິ ຈິລະວົງ ລັດຖະມົນຕີກະຊວງການຄ້າຂອງໄທ,  ພ້ອມຕາງໜ້ານັກທຸລະກິດຈາກປະເທດ CLMVT ຫຼາຍ​ກວ່າ 700 ທ່ານ​.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: kpl.gov.la.

ຈຸດປະສົງ​ຂອງ​ເວທີປາໄສຄັ້ງນີ້, ​ ແມ່ນ​ເພື່ອ​ເປັນ​ເວທີ​ປຶກສາ​ຫາລື​ຂອງ​ຜູ້ນຳ​ລະດັບ​ສູງຈາກ​ພາກ​ລັດ ​ແລະພາກເອກະ​ຊົນລວມ​ເຖິງ​ນັກວິຊາການຈາກປະ​ເທດ CLMVT​ ໃນ​ການ​ສົ່ງ​ເສີມ ​ແລະພັດທະນາຄວາມ​ສຳພັນ​ທາງ​ດ້ານເສດຖະກິດ​ການ​ຄ້າ ແລະການ​ລົງ​ທຶນ​ເພື່ອ​ກ້າວ​ສູ່​ຕະຫຼາດ​ໂລກ ​ແລະຈະ​ເລີ​ນກ້າວໜ້າ​ໄປ​ພ້ອມ​ກັນ ​ແລະທັງ​ເປັນ​ການ​ເສີມ​ສ້າງ​ບົດບາດ​ຂອງ​ປະ​ເທດ  CLMVT​ ໃນ​ການ​ເປັນ​ສູນ​ກາງ​ເສດຖະກິດ​ຂອງ​ອາ​ຊຽນ.

​ທ່ານພົນ​ເອກ ​ປະຍຸດ ຈັນ​ໂອຊາ ​ໄດ້​ກ່າວ​ວ່າ: ເວທີປາໄສ​ CLMVT 2018 ​ແມ່ນ​ເພື່ອ​ຂັບ​ເຄື່ອນ​ການເຊື່ອມ​ໂຍງທີ່​ບໍ່ມີ​ຮອຍ​ຕໍ່​ໃນ​ທຸກ​ດ້ານ​ລະຫວ່າງບັນດາ​ປະ​ເທດ CLMVT. ນອກຈາກ​ນັ້ນ, ​ຍັງ​ເປັນ​ການ​ເຊື່ອມ​ໂຍງບັນດາ​ນັກທຸລະກິດ​ທີ່​ໂດດ​ເດັ່ນ,  ຜູ້​ປະກອບ​ການ​ໜຸ່ມ​ນ້ອຍ,  ນັກ​ກົດໝາຍ ​ແລະ​ສະ​ຖາ​ບັນ​ທີ່​ມີ​ຊື່​ສຽງ​ຈາກ​ປະ​ເທດ  CLMV. ທ່ານກ່າວຕື່ມວ່າການ​ໃຊ້​ປະ​ໂຫຍ​ດຈາກ​ຄວາມ​ກ້າວໜ້າ​ທາງ​ເຕັກ​ໂນ​ໂລ​ຢີ, ໂດຍ​ສະ​ເພາະ​ດິຈິ​ຕອນໃນ​ການ​ເຊື່ອມ​ໂຍງສ້າງໂອກາດ ​ແລະມູນ​ຄ່າ​ມະຫາສານ​ໃຫ້​ກັບ​ເສດຖະກິດຈົນ​ກາຍ​ເປັນ​ເຄື່ອງມື​ສຳຄັນ​ໃນການພັດທະນາເສດຖະກິດ CLMVT ທຸກ​ລະດັບ​ຢ່າງ​ທົ່ວ​ເຖິງ ​ແລະຍືນ​ຍົງ.

ຂ່າວ: ສຸກ​ທະວີ