ໃນຕອນບ່າຍວັນທີ 14 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງງານພົບປະສ້າງສັນສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ຕົນດຶກທັ໋ງ (20-8-1888 / 20-8-2018) ເພື່ອແນໃສ່ເຊີດຊູ, ຢືນຢັນຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະທານ ຕົນດຶກທັ໋ງ ສຳລັບພາລະກິດປະຕິວັດຂອງພັກ, ພາລະກິດກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ເຈິ່ນແທງເໝີນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມງານພົບປະສ້າງສັນ.

leftcenterrightdel
ບັນຍາກາດທີ່ງານພົບປະສ້າງສັນ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ງານພົບປະສ້າງສັນ, ບັນດາຜູ້ແທນເຂົ້າຮ່ວມໄດ້ແບ່ງປັນ, ເຮັດແຈ້ງກ່ຽວກັບການອຸທິດສ່ວນໃນວິວັດການເຄື່ອນໄຫວຂອງປະທານ ຕົນດຶກທັ໋ງ. ກ່າວຄຳເຫັນທີ່ງານພົບປະສ້າງສັນ, ທ່ານ ເຈິ່ນແທງເໝີນ ຢືນຢັນວ່າ: ປະທານ ຕົນດຶກທັ໋ງ ແມ່ນນັກຮົບກອມມູນິດທີ່ຈົງຮັກພັກດີ, ເປັນແບບຢ່າງ, ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ການປະຕິວັດ, ປະເທດຊາດ; ເປັນເພື່ອນສູ້ຮົບທີ່ສະໜິດສະໜົມຂອງປະທານ ໂຮ່ຈິມິນ, ແມ່ນການນຳທີ່ດີເດັ່ນຂອງພັກ, ລັດ ແລະແນວໂຮມປະເທດຊາດຫວຽດນາມ, ແມ່ນບຸກຄະລິກກະພາບໃຫຍ່, ສູງສົ່ງ ແລະປອດໃສ, ເປັນແບບຢ່າງເພື່ອໃຫ້ລຸ້ນປັດຈຸບັນ ແລະພາຍພາກໜ້າເຊີດຊູ, ຮ່ຳຮຽນຕະຫຼອດໄປ.

ແປໂດຍ: ທູຮັ່ງ