leftcenterrightdel
ຕ່ອງໂສ້ການຜະລິດເຄື່ອງອາໄຫຼ່ລົດໂອໂຕ, ລົດຈັກ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມການໄຈ້ແຍກຂອງ QNB ແລ້ວ, ບັນດາດັດຊະນີໄດ້ຊີ້ໃຫ້ເຫັນວ່າພື້ນຖານເສດຖະກິດຫວຽດນາມ ພວມລະເບີດຂຶ້ນຢ່າງແຮງ. ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະນີ້ແມ່ນລະດັບເຕີບໂຕໄວທີ່ສຸດນັບແຕ່ປີ 2011 ເປັນຕົ້ນມາ. QNB ຢືນຢັນວ່າຜົນສຳເລັດກ່ຽວກັບເສດຖະກິດຂອງຫວຽດນາມ ແມ່ນສິ່ງເປັນໜ້າເອົາໃຈໃສ່ຍ້ອນສິ່ງດັ່ງກ່າວນີ້ໄດ້ເກີດຂຶ້ນໃນຈຸດເວລາທີ່ບັນດາພື້ນຖານເສດຖະກິດພວມພັດທະນາຕ້ອງຂັບຂ້ຽວເພື່ອໃຫ້ທັນກັບຜົນສຳເລັດຂອງບັນດາ “ເສືອ” ຂອງອາຊີເມື່ອກ່ອນນີ້, ຄື: ສິງກະໂປ ຫຼື ສ.ເກົາຫຼີ. ສິ່ງທີ່ເປັນພື້ນຖານໃຫ້ແກ່ຜົນສຳເລັດດັ່ງກ່າວຕົ້ນຕໍແມ່ນເລີ່ມມາຈາກໂຄງປະກອບປະຊາກອນສະດວກ, ຄວາມໝັ້ນຄົງດ້ານການເມືອງ,  ກໍ່ຄືທີ່ຕັ້ງພູມສາດຂອງຫວຽດນາມ...

ແປໂດຍ: ທູຮັ່ງ