ຕາມບົດລາຍງານແລ້ວ, ໃນບໍລິເວນແຂວງຮືງອຽນ ປະຈຸບັນມີເນື້ອທີ່ປູກຕົ້ນລໍາໄຍ 4.000 ກວ່າເຮັກຕາ, ໃນນັ້ນພວມເກັບກູ້ປະມານ 3.800 ເຮັກຕາດ້ວຍປະລິມານການຜະລິດໃນປີນີ້ຄາດວ່າບັນລຸໄດ້ 40 ພັນກວ່າໂຕນ, ເຊິ່ງເຕົ້າໂຮມຢູ່: ນະຄອນຮືງອຽນ, ຄວ໋າຍເຈົາ, ຟູ່ກື່... ພ້ອມທັງສົ່ງອອກຕະຫຼາດຈີນ, ຈັດຕັ້ງການເຊື່ອມຕໍ່, ໂຄສະນາ ແລະແນະນໍາຢູ່ຕະຫຼາດ: ອາເມລິກາ, ຍີ່ປຸ່ນ...

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະຜູ້ແທນຢ້ຽມຊົມຮ້ານວາງສະແດງຜະລິດຕະພັນກະເສດແຂວງຮືງອຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຊີ້ນໍາຢູ່ກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ໃສ່ໃຈວ່າ, ແຂວງຮືງອຽນ ຄວນເອົາໃຈໃສ່ເຖິງວຽກງານວາງແຜນກຳນົດເຂດຜະລິດໃຫ້ເໝາະສົມ, ໃກ້ຊິດຕິດແທດກັບຄວາມຕ້ອງການຂອງຕະຫຼາດ. ຄຽງຄູ່ກັນນັ້ນ, ແຂວງກໍ່ຕ້ອງສົມທົບຢ່າງແໜ້ນແຟ້ນກັບບັນດາແຂວງ, ນະຄອນ ແລະອົງການກ່ຽວຂ້ອງຂອງຈີນ; ບັນດາວິສາຫະກິດ, ກຸ່ມບໍລິສັດ, ລະບົບຈຳໜ່າຍຂາຍຍ່ອຍ, ຄູ່ຄ້າເປັນປະຈຳເພື່ອກຳແໜ້ນຂໍ້ມູນຂ່າວສານເຊື່ອມຕໍ່ຕະຫຼາດ, ຈຳໜ່າຍຜະລິດຕະພັນເປັນປົກກະຕິ; ປະຕິບັດການເຈລະຈາໂດຍໄວ, ຊື້-ຂາຍຕາມສັນຍາການຄ້າຢ່າງເປັນທາງການ, ຫຼີກລ້ຽງຄວາມສ່ຽງໃຫ້ແກ່ຊາວກະສິກອນ ແລະວິສາຫະກິດ... ທ່ານ ເວືອງດິ່ງເຫວ້ ກໍ່ໃສ່ໃຈວ່າແຂວງຮືງອຽນ ຄວນສຸມໃສ່ສ້າງເຄື່ອງໝາຍການຄ້າ, ປົກປັກຮັກສາເຄື່ອງໝາຍການຄ້າ, ຊັບສິນທາງປັນຍາ...

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ມອບໃບຢັ້ງຢືນເມືອງມິຮ່າວ ບັນລຸມາດຖານຊົນນະບົດໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະບັນດາຜູ້ແທນໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ ແລະສັນຍາຈໍາໜ່າຍຜະລິດຕະພັນໝາກລໍາໄຍລະຫວ່າງບັນດາອົງການຄຸ້ມຄອງ, ວິສາຫະກິດ, ສະຫະກອນ, ພໍ່ຄ້າຊາວຂາຍ...; ພິທີຕັດແຖບຜ້າສົ່ງອອກໝາກລໍາໄຍໄປ ຈີນ, ອາເມລິກາ... ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ມອບໃບຢັ້ງຢືນບັນລຸມາດຖານຊົນນະບົດໃໝ່ໃຫ້ແກ່ເມືອງມິຮ່າວ.

 

ໂດຍ: ຫງວຽນກຸກ