leftcenterrightdel
ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ມອບໃບຢັ້ງຢືນການເຄື່ອນໄຫວວຽກງານອາສາສະໝັກໃຫ້ນັກສຶກສາປະເທດມາເລເຊຍ. ພາບ: ຮົ່ງຢາງ.

ນັກສຶກສາອາສາສະໝັກທີ່ມາຈາກມາເລເຊຍ ກວ່າ 50 ຄົນໄດ້ສົມທົບພ້ອມກັບນັກຮົບອາສາສະໝັກນະຄອນໂຮ່ຈິມິນ ເຂົ້າຮ່ວມບັນດາການເຄື່ອນໄຫວແທດຈິງ ຄື: ຈັດຕັ້ງການດຳເນີນຊີວິດລະດູແລ້ງໃຫ້ນັກຮຽນຢູ່ທ້ອງຖິ່ນ, ສອນພາສາອັງກິດໂດຍບໍ່ເສຍຄ່າ, ຊອກຮູ້ ແລະໜູນຊ່ວຍວຽກງານປິ່ນປົວພະຍາດ, ແຈກຢາຍຢຸກຢາ, ຢ້ຽມຢາມ ແລະພົບປະແລກປ່ຽນກັບຄອບຄົວນະໂຍບາຍ... ບໍລິເວນທີ່ເຄື່ອນໄຫວແມ່ນເມືອງ 12 ແລະບັນດາເມືອງ: ຍ່າແບ່, ກູ໊ຈີ, ບີ່ງແຈ໋ງ. ຜ່ານບັນດາການເຄື່ອນໄຫວ, ນັກສຶກສາສອງປະເທດໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວວຽກງານອາສາສະໝັກ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງໄວໜຸ່ມສອງປະເທດ.

 

ໂດຍ: ເຈິ່ນຮວ່ຽນ