ໃນຊຸມປີຜ່ານມາ, ຂະບວນການ “ການກະທໍາເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໂດຍຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ປຸກລະດົມ ແລະໄດ້ຮັບການສະໜັບສະໜູນຈາກມະຫາຊົນເປັນຈໍານວນຫຼວງຫຼາຍ; ມີຫຼາຍອົງການຈັດຕັ້ງ, ບຸກຄົນທັງຢູ່ພາຍໃນ ແລະຕ່າງປະເທດໄດ້ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ດ້ວຍຈິດໃຈແທດຈິງ, ມີປະສິດທິຜົນ.

leftcenterrightdel
ພົບປະ, ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ. ພາບ: vtv.vn.

ເນື່ອງໃນໂອກາດນີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ຮຽກຮ້ອງລັດຖະບານອາເມລິກາ ແລະບັນດາບໍລິສັດເຄມີຂອງອາເມລິກາ ຕ້ອງຮັບຮູ້ ແລະມີຄວາມຮັບຜິດຊອບຂອງຕົນ ແລະມີການກະທໍາລະອຽດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເຄມີຢູ່ ຫວຽດນາມ; ຮຽກຮ້ອງປະຊາຊົນທຸກຊັ້ນວັນນະສືບຕໍ່ສະໜັບສະໜູນລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຍ້ອນທາດພິດສີສົ້ມ” ດ້ວຍການຂຽນຂໍ້ຄວາມ DA CAM ສົ່ງ 1409.

 

ໂດຍ: ໄຊນີດາ