ຕາມນັ້ນແລ້ວ, ແຕ່ລະປີສອງຝ່າຍຈະຜັດປ່ຽນກັນຈັດຕັ້ງຄະນະຜູ້ແທນຊາວໜຸ່ມ, ເຍົາວະຊົນໄປມາພົບປະແລກປ່ຽນ ແລະແລກປ່ຽນບົດຮຽນ. ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ເຊີນໄວໜຸ່ມແຂວງອັດຕະປື ເຂົ້າຮ່ວມຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງຈັດຕັ້ງຢູ່ນະຄອນໂຮ່ຈິມິນ.

leftcenterrightdel
ພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງສອງອົງການຊາວໜຸ່ມ. ພາບ: ຮຸ່ງຄວາ.

ເນື້ອໃນປະຕິບັດແມ່ນສຸມໃສ່ວຽກງານສະຫວັດດີການສັງຄົມ, ສົ່ງເສີມສຸຂະພາບໃຫ້ປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ຄືໜູູນຊ່ວຍຄວາມຮູ້, ເຕັກນິກກ່ຽວກັບກະສິກໍາ, ປ່າໄມ້. ຄຽງຂ້າງນັ້ນ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຈະຈັດຕັ້ງບັນດາຊຸດບຳລຸງສ້າງກ່ຽວກັບທັກສະໃນວຽກງານຊາວໜຸ່ມໃຫ້ພະນັກງານຄະນະຊາວໜຸ່ມຂອງແຂວງອັດຕະປື ຢູ່ໂຮງຮຽນ ລີ໋ຕື້ຈ້ອງ.

 

ໂດຍ: ໄຊນີດາ