ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຊົມເຊີຍຄະນະຈັດຕັ້ງ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມານະພະຍາຍາມຊຸກຍູ້ວຽກງານກະກຽມໃຫ້ແກ່ກອງປະຊຸມໃນໄລຍະຜ່ານມາ. ທ່ານ ຟ້າມບິ່ງມິງ ຊີ້ນໍາວຽກງານຈັດຕັ້ງກອງປະຊຸມ WEF ASEAN ວ່າຕ້ອງຮັບປະກັນໃຫ້ບັນລຸປະສິດທິຜົນສັງລວມດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ວັດທະນະທໍາ; ຈັດຕັ້ງຢ່າງສົມກຽດ, ຮອບຄອບຖີ່ຖ້ວນໃນທຸກດ້ານ...

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baochinhphu.vn

ທ່ານ ຟ້າມບິ່ງມິງ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຄວນຍາດແຍ່ງເອົາກອງປະຊຸມ WEF ASEAN ເພື່ອໂຄສະນາເຜີຍແຜ່ຢ່າງແຮງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ, ຊຸກຍູ້ການຮ່ວມມືກັບບັນດາກຸ່ມບໍລິສັດແຖວໜ້າ ແລະບັນດາຄູ່ຮ່ວມມື; ຊີ້ນໍາຄະນະຈັດຕັ້ງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຮັດໃຫ້ພາບພົດ ແລະຂີດໝາຍຂອງຫວຽດນາມພົ້ນເດັ່ນຂຶ້ນຢູ່ກອງປະຊຸມ.

ໂດຍ: ຮວ່າງເຈື່ອງ