ວັນທີ 5 ສິງຫາ, ຄະນະປະຕິບັດງານລວມມີຄະນະຊາວໜຸ່ມກຸ່ມວຽກງານບໍລິຫານພົນລະເຮືອນອານຢາງ ໄດ້ສົມທົບກັບຄະນະຊາວໜຸ່ມເມືອງຕີ້ງບຽນ ແລະປ້ອມປ້ອງກັນຊາຍແດນ ເຍີນຮືງ, ທະຫານຊາຍແດນແຂວງອານຢາງ ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ຜູ້ທຸກຍາກ; ຈັດຕັ້ງການລະຫຼີ້ນ ແລະຕັດຜົມໃຫ້ເດັກນ້ອຍຕາແສງ Prey Yuthka, ເມືອງ Kaoh Andaet, ແຂວງ Ta keo, ປະເທດ ກໍາປູເຈຍ.

leftcenterrightdel
ພະນັກງານປ້ອມປ້ອງກັນຊາຍແດນເຍີນຮືງ, ທະຫານຊາຍແດນແຂວງອານຢາງ ແຈກຢາຍຢຸກຢາໃຫ້ຜູ້ທຸກຍາກ ຕາແສງ Prey Yuthka, ເມືອງ Kaoh Andaet, ແຂວງ Ta keo, ປະເທດ ກໍາປູເຈຍ. ພາບ: ຄ໋າຍຮືງ.

ຄະນະປະຕິບັດງານໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ຜູ້ທຸກຍາກຈໍານວນ 300 ຄົນ, ພ້ອມທັງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນປະເທດເພື່ອນມິດກ່ຽວກັບວິທີເຮັດອະນາໄມສິ່ງແວ້ດລ້ອມ, ສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ, ກັນໂລກພະຍາດ, ພິເສດແມ່ນວິທີກັນບັນດາພະຍາດເຄີຍປະສົບໃນລະດູຝົນຄື: ພະຍາດກ່ຽວກັບໜັງ, ພະຍາດໄຂ້ເລືອດອອກ...

ຄະນະປະຕິບັດງານຍັງຈັດຕັ້ງການລະຫຼິ້ນຍາມແລ້ງທີ່ມີຂອງຂວັນ ແລະຕັດຜົມໂດຍບໍ່ເສຍຄ່າໃຫ້ເດັກນ້ອຍ 200 ຄົນ, ຄ່າໃຊ້ຈ່າຍທັງໝົດໃຫ້ການເຄື່ອນໄຫວເຫຼ່ົານັ້ນແມ່ນ 60 ລ້ານດົ່ງ, ໂດຍຫົວໜ່ວຍຕ່າງໆສົມທົບກັນຂົນຂວາຍບໍລິຈາກ.

ນີ້ແມ່ນການເຄື່ອນໄຫວນອນໃນບັ້ນຂົນຂວາຍ “ລະດູຮ້ອນອາສາສະໝັກ” ປີ 2018 ຂອງບັນດາຫົວໜ່ວຍ.

ໂດຍ: ເຈິ່ນຮວ່ຽນ