ການຮ່ວມມືຊື້ຂາຍໄຟຟ້າລະຫວ່າງບໍລິສັດໃຫຍ່ໄຟຟ້າພາກກາງຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດໄຟຟ້າລາວ ເລີ່ມຕົ້ນແຕ່ປີ 1998 ຕາມສັນຍາຮ່ວມມືດ້ານພະລັງງານໄຟຟ້າ (ລົງນາມໃນປີ 1996) ລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະລັດຖະບານແຫ່ງ ສປປ ລາວ.

leftcenterrightdel
ກອງປະຊຸມຄຸ້ມຄອງເຕັກນິກ ແລະດໍາເນີນທຸລະກິດຂາຍໄຟຟ້າຫວຽດນາມ-ລາວ. ພາບ: nhandan.com.vn.

ມາຮອດປັດຈຸບັນ, ບໍລິສັດໃຫຍ່ໄຟຟ້າພາກກາງຫວຽດນາມ ໄດ້ຂາຍໄຟຟ້າໃຫ້ແກ່ ສປປ ລາວ ຜ່ານ 5 ດ່ານຊາຍແດນຢູ່ 4 ແຂວງ: ກວາງຈິ, ເທື່ອທຽນເຫວ້, ກວາງນາມ ແລະກອນຕຸມ. ຂອບຂະໜາດການສະໜອງໄຟຟ້າແມ່ນເພີ່ມຂຶ້ນຕາມຄວາມຕ້ອງການນໍາໃຊ້ໄຟຟ້າຂອງປະເທດເພື່ອນມິດລາວ. ພາຍຫຼັງ 20 ປີ, ລວມຍອດປະລິມານຊື້ຂາຍໄຟຟ້າບັນລຸໄດ້ກວ່າ 299 ລ້ານ kWh, ຍອດລາຍຮັບເກືອບ 21 ລ້ານໂດລາສະຫະລັດ.

ການດຳເນີນທຸລະກິດຂາຍໄຟຟ້າຜ່ານລາວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ບັນດາແຂວງພາກໃຕ້ຂອງລາວ, ເປັນການຮັດແໜ້ນນໍ້າໃຈສາມັກຄີລະຫວ່າງຂະແໜງໄຟຟ້າສອງປະເທດ, ນໍ້າໃຈສາມັກຄີອັນສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ.

 

ແປໂດຍ: ຮວ່າງເຈື່ອງ