leftcenterrightdel
ເວທີປາໄສຂັ້ນສູງ ແລະງານວາງສະແດງສາກົນກ່ຽວກັບອຸດສາຫະກໍາ 4.0 – Industry 4.0 Summit 2018. ພາບ: ictnews.vn.

ບັນດາຄໍາຄິດເຫັນຊີ້ແຈ້ງວ່າ, ເນື້ອແທ້ຂອງການຜະລິດສະຫຼາດແມ່ນການໝູນໃຊ້ບັນດາເຕັກໂນໂລຢີດີຈີຕອນເຂົ້າໃນການເຄື່ອນໄຫວຜະລິດ, ຈາກນັ້ນທຸກການເຄື່ອນໄຫວຈະດີທີ່ສຸດ, ຫຼຸດຜ່ອນການນຳໃຊ້ແຮງງານ, ປະຢັດພະລັງງານ, ປົກປັກຮັກສາສິ່ງແວດລ້ອມ, ເພີ່ມລັກສະນະປະສິດທິຜົນ ແລະການແກ່ງແຍ້ງກັນຂອງວິສາຫະກິດ. ການສໍາຫຼວດຢູ່ໂຮງງານສະຫຼາດ, ເຄື່ອງຈັກອຸປະກອນອັດຕະໂນມັດໄດ້ເຊື່ອມຕໍ່ ແລະປະຕິບັດເຖິງ 75% ປະລິມານວຽກງານຂອງຂັ້ນຕອນຜະລິດ ແລະຈຳໜ່າຍສິນຄ້າ.

ແປໂດຍ: ໄຊນີດາ