leftcenterrightdel
ຕາງໜ້າ SATRA ມອບເງິນຊ່ວຍຕິດຕັ້ງເຄື່ອງອຸປະກອນລະບົບກັ່ນຕອງນ້ຳໃຫ້ບັນດາກົມກອງປະຕິບັດໜ້າທີ່ຢູ່ທະເລ ແລະຮ້ານເວນຍາມ DK1. ພາບ: ຮົ່ງຢາງ.

ລາຍການໄດ້ດໍາເນີນການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຫຼາຍຢ່າງຄື: ປະກອບເງິນເຂົ້າກອງທຶນ “ເພື່ອທະເລໝູ່ເກາະບ້ານເກີດເມືອງນອນ-ເພື່ອແນວໜ້າປະເທດ” ຂົນຂວາຍບັນດາໂຮງໝໍ, ວິສາຫະກິດຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ໜູນຊ່ວຍພື້ນຖານດ້ານວັດຖຸໃຫ້ຊາວປະມົງ, ສົມທົບກັນຈັດຕັ້ງວັນບຸນ “ລະດູບານໃໝ່ຢູ່ທະເລໝູ່ເກາະ”, ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເບິ່ງແຍງດູແລລູກຫຼານພະນັກງານ, ນັກຮົບທະຫານເຮືອ, ຕໍາຫຼວດທະເລ, ກວດກາການປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ເຂົ້າຮ່ວມບັນດາຄະນະໄປຢ້ຽມຢາມ, ມອບຂອງຂວັນຢູ່ເມືອງເກາະ ເຈື່ອງຊາ (ແຂວງແຄ໋ງຮວ່າ) ແລະຮ້ານເວນຍາມ DK1...

leftcenterrightdel
ພິທີລົງນາມສົມທົບກັນເຄື່ອນໄຫວລະຫວ່າງ SATRA ແລະເຂດທີ່ໝັ້ນ 696, ກອງບັນຊາການທະຫານເຮືອເຂດ 2. ພາບ: ຮົ່ງຢາງ.

ທີ່ລາຍການ, SATRA ໄດ້ມອບເງິນເກືອບ 325 ລ້ານດົງເພື່ອຊ່ວຍຕິດຕັ້ງເຄື່ອງອຸປະກອນລະບົບກັ່ນຕອງນໍ້າໃຫ້ບັນດາກົມກອງ ປະຕິບັດໜ້າທີ່ຢູ່ທະເລ ແລະຮ້ານເວນຍາມ DK1, ມອບເງິນ 75 ລ້ານດົ່ງໃຫ້ເຂດທີ່ໝັ້ນ 696, ກອງບັນຊາການທະຫານເຮືອເຂດ 2 ເອົາໃຈໃສ່ວຽກງານນະໂຍບາຍ.

 

ແປໂດຍ: ໄຊນີດາ