ການໂອ້ລົມສົນທະນາໄດ້ຈັດຕັ້ງເພື່ອຮັບເອົາຄຳເຫັນປະກອບຂອງບັນດານັກຂ່າວ, ອົງການຄຸ້ມຄອງລັດກ່ຽວກັບສື່ມວນຊົນ, ບັນດາສະມາຄົມຮາກຖານທຸກຂັ້ນກ່ຽວກັບການແນະນໍາປະຕິບັດ 5 ຂໍ້ໃນ 10 ຂໍ້ກຳນົດກ່ຽວກັບຈັນຍາບັນຂອງຜູ້ເຮັດວຽກງານສື່ມວນຊົນຫວຽດນາມ “ບັນທັດຖານ ແລະຄວາມຮັບຜິດຊອບເມື່ອເຂົ້າຮ່ວມເຄືອຂ່າຍສັງຄົມ ແລະບັນດາພາຫະນະສື່ສານອື່ນ”.

leftcenterrightdel
ບັນດາຜູ້ແທນແລກປ່ຽນຄວາມເຫັນທີ່ການໂອ້ລົມສົນທະນາ. ພາບ: baogiaothong.vn.

ທີ່ການໂອ້ລົມສົນທະນາມີຫຼາຍຄຳເຫັນ ຖືວ່າ, ຄຽງຂ້າງບັນດາດ້ານທີ່ຕັ້ງໜ້າແລ້ວ, ເຄືອຂ່າຍສັງຄົມກໍ່ມີຜົນສະທ້ອນຫຍໍ້ທໍ້ບໍ່ໜ້ອຍເຖິງຊີວິດການເປັນຢູ່ທາງດ້ານສື່ມວນຊົນ, ພິເສດບັນດາໜັງສືພິມປະຕິບັດໜ້າທີ່ການເມືອງກໍານົດທິດໃຫ້ຜູ້ອ່ານ. ຄວນຫຼີກເວັ້ນສະພາບນັກຂ່າວເຂົ້າຮ່ວມເຄືອຂ່າຍສັງຄົມ, ນໍາໃຊ້ຂໍ້ມູນໃນເຄືອຂ່າຍສັງຄົມແຕ່ຂາດການກວດກາ, ຈາກນັ້ນໄປຕາມບັນດາຂໍ້ມູນຜິດພາດ.

 

ແປໂດຍ: ເຈິ່ນຮວ່ຽນ