ນາມມະຍົດນີ້ໄດ້ອະນຸຍາດໃຫ້ ດ່າໜັ້ງ ພ້ອມກັບ 21 ນະຄອນອື່ນໃນໂລກສືບຕໍ່ເຂົ້າຮ່ວມຮອບຄັດເລືອກສຸດທ້າຍໃນການແຂ່ງຂັນນະຄອນຂຽວສາກົນ.

leftcenterrightdel
ນະຄອນ ດ່າໜັ້ງ ໄດ້ຮັບນາມມະຍົດນະຄອນຂຽວຂອງ ຫວຽດນາມ ປີ 2018. ພາບ: ກີມເງິນ.
leftcenterrightdel
ບັນດາຄວາມມານະພະຍາຍາມຂອງນະຄອນ ແລະປະຊາຊົນໃນການປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ. ພາບ: ກີມເງິນ.

ລາຍການນະຄອນຂຽວສາກົນ ແມ່ນຂໍ້ລິເລີ່ມຂອງ WWF ເພື່ອແນໃສ່ຮຽກຮ້ອງບັນດານະຄອນໃນທົ່ວໂລກ ຈົ່ງກະທຳ ແລະມຸ່ງໄປເຖິງໜ່ວຍໂລກເປັນມິດກັບສິ່ງແວດລ້ອມໃນອະນາຄົດ, ພ້ອມທັງກໍ່ສ້າງ ແລະປະຕິບັດບັນດາແຜນການຫຼຸດຜ່ອນ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ປີນີ້ມີ 132 ນະຄອນທີ່ມາຈາກ 23 ປະເທດໃນໂລກເຂົ້າຮ່ວມການແຂ່ງຂັນນະຄອນ ຂຽວສາກົນ, ໃນນັ້ນຫວຽດນາມ ມີ 3 ນະຄອນເຂົ້າຮ່ວມ ນັ້ນແມ່ນນະຄອນ ດ່າໜັ້ງ, ດົງຮ່າ ແລະ ໂຮ້ຍອານ. ຜົນມີຢູ່ວ່າ, ດ່າໜັ້ງ ໄດ້ຮັບການຄັດເລືອກແມ່ນນະຄອນຂຽວແຫ່ງຊາດຂອງຫວຽດນາມ ປີ 2018 ພ້ອມກັບ 21 ນະຄອນອື່ນໃນທົ່ວໂລກ.

 

ແປໂດຍ: ເຈິ່ນຮວ່ຽນ