ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າບັນດາຜູ້ແທນຈະຍົກອອກບັນດານິຍາມລະອຽດກ່ຽວກັບການປະຕິວັດອຸດສາຫະກໍາ 4.0; ພ້ອມທັງປະກອບສ່ວນຕັ້ງໜ້າເຂົ້າໃນການກໍານົດວາງແຜນນະໂຍບາຍ, ນະໂຍບາຍ, ມາດຕະການເພື່ອໃຫ້ ຫວຽດນາມ ເປັນເຈົ້າການນໍາທັນກັບການປະຕິວັດນີ້, ເປັນພື້ນຖານເພື່ອໝູນໃຊ້, ຜັນຂະຫຍາຍໃນສະພາບຕົວຈິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍບັນດາຜູ້ແທນທີ່ການພົບປະສັງສັນ. ພາບ: ເຢືອງຢາງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມແມ່ນປະເທດເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງດ້ວຍ 16 ສັນຍາການຄ້າເສລີລຸ້ນໃໝ່. ຫວຽດນາມມີລະດັບເປີດພື້ນຖານເສດຖະກິດໃຫຍ່, ລະດັບການເຕີບໂຕ GDP ສູງ ແລະຖືກຜົນກະທົບຈາກການຜັນແປຂອງເສດຖະກິດໂລກ, ໃນນັ້ນມີການປະຕິວັດອຸດສາຫະກໍາ 4.0, ພູມປັນຍາທຽມ. ຫວຽດນາມ ໄດ້ສ້າງຕັ້ງລະບົບຊີວະພາບການປ່ຽນແປງໃໝ່ຫົວຄິດປະດິດສ້າງຢ່າງແຮງ. ນີ້ແມ່ນບັນດາເງື່ອນໄຂສໍາຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ສ້າງ ແລະປັບປຸງນະໂຍບາຍ ແລະລະບົບກົດໝາຍໃຫ້ສົມບູນແບບ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຢ່າງກົງໄປກົງມາວ່າ, ຫວຽດນາມ ກໍ່ຍັງມີຈຸດອ່ອນດ້ອຍຫຼາຍຢ່າງ, ໂດຍສະເພາະແມ່ນຂັ້ນຕອນຈັດຕັ້ງປະຕິບັດ. ສິ່ງດັ່ງກ່າວຮຽກຮ້ອງຕ້ອງມີບັນດາວິທີການຜັນຂະຫຍາຍຢ່າງວ່ອງໄວ ແລະຂ້ຽວຂາດກວ່າອີກ, ສ້າງຄວາມແຕກຕ່າງເພື່ອແນໃສ່ຍົກສູງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານສູງ, ເປັນຕົ້ນແມ່ນໃນຖັນແຖວພະນັກງານວິທະຍາສາດເຕັກໂນໂລຢີ, ວິສາຫະກິດເພື່ອນໍາທັນບັນດາປະເທດທີ່ມີທ່າແຮງດ້ານເຕັກນິກໃນກຸ່ມອາຊຽນ.

ແປໂດຍ: ທູຈາງ