ກ່າວຄໍາເຫັນທີ່ການປະຊຸມຂ່າວໃນວັນທີ 11 ກໍລະກົດ, ທ່ານ Rodrigo Yanez  ຫົວໜ້າຮັບຜິດຊອບການພົວພັນດ້ານເສດຖະກິດສາກົນສັງກັດກະຊວງການຕ່າງປະເທດ ຈີເລ ຢືນຢັນວ່າ: “ໂດຍເປັນປະເທດເຈົ້າພາບ APEC 2019, ຈີເລ ມີກາລະໂອກາດດີທີ່ສຸດເພື່ອຊັກຈູງ ແລະສ້າງໂຄງການດໍາເນີນງານພາກພື້ນກ່ຽວກັບກະແສການຄ້າໝັ້ນຄົງກວ່າ”.

leftcenterrightdel
ແຫຼ່ງ: SlideShare.

ທ່ານ Rodrigo Yanez ຖືວ່າ: “ເປັນຄັ້ງທໍາອິດທີ່ຫົວຂໍ້ກ່ຽວກັບແມ່ຍິງ ແລະການເຕີບໂຕເສດຖະກິດໄດ້ນໍາເຂົ້າໃນໂຄງການດໍາເນີນງານຄືເປັນບູລິມະສິດໜຶ່ງຂອງ APEC, ພວກຂ້າພະເຈົ້າຈະເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງເຂົ້າໃນພື້ນຖານເສດຖະກິດ ແລະການຄ້າສາກົນ, ຖືນີ້ເປັນກໍາລັງໜູນຊຸກຍູ້ການເຕີບໂຕເສດຖະກິດ ແລະຮັດແຄບຊ່ອງຫວ່າງກ່ຽວກັບເພດ”.

ຕາມແຜນການແລ້ວ, ມີຜູ້ແທນປະມານ 20.000 ຄົນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ຈະເຂົ້າຮ່ວມກອງປະຊຸມ 200 ກວ່າຄັ້ງໃນຂອບເຂດ APEC 2019 ຢູ່ປະເທດ ຈີເລ.

 

ແປໂດຍ: ຮວ່າງເຈື່ອງ