leftcenterrightdel
ຄະນະປະຕິບັດງານມອບຂອງຂວັນໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ ຢູ່ຕາແສງ ເຢືອງກຸ່ຍ, ເມືອງ ວັນບ່ານ, ແຂວງ ລ່າວກາຍ. ພາບ: ຮົ່ງງວຽນ- ເລຮ່ຽນ.

ດ້ວຍເງິນ 200 ລ້ານດົ່ງໂດຍວິລະຊົນແຮງງານ ທ່ານ ເລວັນກຽມ ໜູນຊ່ວຍ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງມອບໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວຖືກເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກໜັກ, ນ້ຳຖ້ວມຢູ່ 4 ແຂວງ: ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ຮ່າຢາງ.

ໃນວັນທີ 10 ກໍລະກົດ, ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບກົມທາງນ້ຳພາຍໃນຫວຽດນາມ ແລະສະພາກາແດງແຂວງ ລ່າວກາຍ ຈັດຕັ້ງພິທີມອບເງິນ 50 ລ້ານດົ່ງ ໂດຍທ່ານ ເລວັນກຽມ ນັກວິລະຊົນແຮງງານ ໜູນຊ່ວຍ ແລະບັນດາຂອງຂວັນດ້ວຍຍອດມູນຄ່າແມ່ນ 80 ລ້ານດົ່ງເພື່ອໜູນຊ່ວຍໃຫ້ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີ ແລະປະຊາຊົນຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມຢູ່ 3 ຕາແສງ: ຮ່ວາມາກ, ມີງເລືອງ, ເຢືອງກຸ່ຍ (ເມືອງ ວັນບ່ານ).

ແປໂດຍ: ທູຮັ່ງ