ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນປະເທດເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ຕະຫຼາດປະກັນໄພຢູ່ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ຈຳນວນພົນລະເມືອງເກືອບ 100 ລ້ານຄົນແລ້ວ, ຕະຫຼາດປະກັນຊີວິດຂອງຫວຽດນາມ ຍັງຈໍາກັດຢູ່. ສະນັ້ນ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ກຸ່ມບໍລິສັດ Generali ດໍາລົງທຸລະກິດປະສົບຜົນສໍາເລັດ ຢູ່ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Philippe Donnet ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Generali, ອີຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Philippe Donnet ໃຫ້ຮູ້ວ່າ, ກຸ່ມບໍລິສັດ Generali ປາດຖະໜາວ່າ, ໃນອະນາຄົດຈະປະກອບສ່ວນ ແລະພັດທະນາການດໍາເນີນທຸລະກິດປະກັນຊີວິດຫຼາຍກວ່າອີກ ຍ້ອນວ່າສິ່ງດັ່ງກ່າວໄດ້ປະກອບສ່ວນປົກປ້ອງສິດຜົນປະໂຫຍດ, ສຸຂະພາບຂອງຊາວຫວຽດນາມ. ທ່ານ Philippe Donnet ປາດຖະໜາຢາກໃຫ້ລັດຖະບານຫວຽດນາມ ສ້າງທຸກເງື່ອນໄຂໃຫ້ກຸ່ມບໍລິສັດ Generali ດໍາລົງທຸລະກິດຢ່າງສະດວກ.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ແມ່ນປະເທດມີຄວາມໝັ້ນຄົງດ້ານການເມືອງ, ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນເລິກເຊິ່ງ, ກວ້າງຂວາງ.  ນັ້ນແມ່ນສະພາບແວດລ້ອມທີ່ດີເພື່ອໃຫ້ພັດທະນາເສດຖະກິດ ກໍ່ຄືການປະກັນຊີວິດ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ກຸ່ມບໍລິສັດ Generali ມີແບບວິທີເຄື່ອນໄຫວທີ່ເໝາະສົມ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມື, ອົງການສຳນັກງານຫວຽດນາມ ເພື່ອເພິ່ມອັດຕາສ່ວນຜູ້ເຂົ້າຮ່ວມປະກັນຊີວິດ. ລັດຖະບານຫວຽດນາມ ສືບຕໍ່ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູບແບບ, ໃນນັ້ນມີຂົງເຂດປະກັນຊີວິດເພື່ອດຶງດູດ, ສ້າງຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດມາລົງທຶນຢູ່ຫວຽດນາມ.

 

ແປໂດຍ: ທູຈາງ