leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມກັບການນຳພັກ, ລັດ ເຂົ້າຮ່ວມພິທີມອບລາງວັນ. ພາບ: ສຳນັກຂ່່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ທ້ວນຫຶວ ຫົວໜ້າບັນນາທິການໃຫຍ່ໜັງສືພິມເຍີນເຢີນ, ປະທານສະພາແຂ່ງຂັນສື່ມວນຊົນແຫ່ງຊາດຄັ້ງທີ XII-ປີ 2017 ໃຫ້ຮູ້ວ່າ: “ການແຂ່ງຂັນສື່ມວນຊົນແຫ່ງຊາດຄັ້ງທີ XII-ປີ 2017 ໄດ້ດຳເນີນຢ່າງເຂັ້ມງວດ, ມີຄຸນນະພາບ. ຄະນະຈັດຕັ້ງໄດ້ຮັບບົດປະພັນ 1.800 ບົດເຂົ້າຮ່ວມການແຂ່ງຂັນ. ນີ້ແມ່ນຄັ້ງທຳອິດ, 63/63 ແຂວງ, ນະຄອນລ້ວນແຕ່ມີບົດປະພັນເຂົ້າຮ່ວມການແຂ່ງຂັນ”.

ຊົມເຊີຍບັນດາຄວາມມານະພະຍາຍາມຂອງຜູ້ທີ່ເຮັດວຽກງານສື່ມວນຊົນໃນທົ່ວປະເທດເວົ້າລວມ ແລະບັນດານັກຂ່າວທີ່ມີກຽດໄດ້ຮັບລາງວັນສື່ມວນຊົນແຫ່ງຊາດ ປີ 2017, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຖືວ່າ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ລະຫວ່າງ ພັກ, ລັດ ແລະປະຊາຊົນເປັນຢ່າງດີ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະທ່ານ ເຈີ່ນກ໋ວກເວື້ອງ ຜູ້ປະຈຳການຄະນະເລຂາທິການ ມອບລາງວັນ A ໃຫ້ບັນດານັກປະພັນ, ກຸ່ມນັກປະພັນ. ພາບ: ມິງເຈື່ອງ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ກໍມອບໝາຍໜ້າທີ່ໃຫ້ບັນດາອົງການສື່ມວນຊົນໃນໄລຍະໃໝ່ຕ້ອງສືບຕໍ່ໂຄສະນາເຜີຍແຜ່ການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດຢ່າງມີປະສິດທິຜົນ; ຮັບປະກັນລັກສະນະແນວຄິດ, ຄວາມເປັນຈິງ, ລັກສະນະປະຊາຊົນ ແລະລັກສະນະຕໍ່ສູ້. ປົກປັກຮັກສາ ແລະພັດທະນາລັດທິມາກ-ເລນິນ, ແນວຄິດ ໂຮ່ຈິມິນ; ສືບຕໍ່ແມ່ນກຳລັງແກ່ນສານຕໍ່ສູ້ຕ້ານການຫັນປ່ຽນໂດຍສັນຕິ, ກົນອຸບາຍຂອງບັນດາອິດທິກຳລັງປໍລະປັກ; ຍົກສູງລັກສະນະດູດດື່ມຂອງສື່ມວນຊົນ, ພ້ອມທັງຄວນຫັນເຕັກໂນໂລຢີເປັນທັນສະໄໝ.

leftcenterrightdel
ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພ້ອມກັບການນຳກົມໃຫຍ່ການເມືອງ, ບັນດາຜູ້ແທນຖ່າຍຮູບທີ່ລະນຶກກັບພະນັກງານ ແລະນັກປະພັນ, ກຸ່ມນັກປະພັນຂອງໜັງສືພິມກອງທັບປະຊາຊົນຫວຽດນາມທີ່ຍາດໄດ້ລາງວັນ. ພາບ: ມິງເຈື່ອງ.

ທີ່ພິທີມອບລາງວັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະທ່ານ ເຈີ່ນກ໋ວກເວື້ອງ ຜູ້ປະຈຳການຄະນະເລຂາທິການ ໄດ້ມອບ 8 ລາງວັນ A ໃຫ້ຜູ້ຕາງໜ້າບັນດາກຸ່ມນັກປະພັນ ແລະນັກປະພັນສັງກັດບັນດາອົງການສື່ມວນຊົນ: ໜັງສືພິມເຍີນເຢີນ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ໜັງສືພິມຕ໊ວຍແຈ໊, ວິທະຍຸກະຈາຍສຽງຫວຽດນາມ, ໂທລະພາບຫວຽດນາມ, ໜັງສືພິມເອເລັກໂຕນິກ VietnamPlus.

ແປໂດຍ: ຮຸຍດົງ