ເຖິງວ່າມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງໃນການພັດທະນາເສດຖະກິດກະສິກໍາ, ລ້ຽງປູກ ແລະປຸງແຕ່ງສິນໃນນໍ້າ, ການທ່ອງທ່ຽວ, ພະລັງງານຜະລິດຄືນໃໝ່, ທ່າກໍາປັ່ນທະເລ, ການບໍລິການຂົນສົ່ງທາງທະເລກໍ່ຕາມ, ແຕ່ປັດຈຸບັນ, ແຂວງ ຊອກຈັງ ຍັງແມ່ນແຂວງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຜ່ານການຈັດຕັ້ງກອງປະຊຸມ, ແຂວງ ຊອກຈັງ ສຸມໃສ່ຮຽກຮ້ອງການລົງທຶນ, ບຸລິມະສິດໃຫ້ 3 ຂົງເຂດແມ່ນ: ກະສິກໍາເຕັກໂນໂລຢີສູງຕິດພັນກັບອຸດສາຫະກໍາປຸງແຕ່ງ, ພະລັງງານຜະລິດຄືນໃໝ່ ແລະການທ່ອງທ່ຽວ.

ທີ່ກອງປະຊຸມ, ຄະນະກໍາມະການປະຊາຊົນແຂວງ ຊອກຈັງ ໄດ້ລົງນາມໃນບັນດາໂຄງການສົມທົບກັນ, ຂໍ້ຕົກລົງຮ່ວມມື, ໜູນຊ່ວຍສິນເຊື່ອກັບບັນດາກະຊວງ, ຂະແໜງການ, ອົງການສິນເຊື່ອກ່ຽວກັບການລົງທຶນພັດທະນາກະສິກໍາ, ສົ່ງເສີມການຄ້າ, ກໍ່ສ້າງເຄືອຂ່າຍໄຟຟ້າ, ພັດທະນາວິສາຫະກິດຂະໜາດກາງ ແລະນ້ອຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນພິເສດຂອງແຂວງ ຊອກຈັງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ແຂວງ ຊອກຈັງ ຄວນລະດົມທຸກແຫຼ່ງກໍາລັງເປັນຢ່າງດີ ເພື່ອລົງທຶນພັດທະນາ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາສາຍສໍາພັນໃນລະບົບມູນຄ່າການຜະລິດ ເພື່ອຍົກສູງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງທ້ອງຖິ່ນ, ໃນນັ້ນຄວນຍົກສູງບົດບາດຂອງຜູ້ຈຳໜ່າຍ; ເປັນເຈົ້າການສໍາຜັດ, ລະດົມບັນດາແຫຼ່ງທຶນ ເພື່ອລົງທຶນພັດທະນາ.

ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ, ຄວນເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນຂອງອໍານາດການປົກຄອງທຸກຂັ້ນ ແລະບົດບາດຂອງຜູ້ນໍາໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຶງດູດການລົງທຶນ; ຜັນຂະຫຍາຍບັນດາແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

 

ແປໂດຍ: ທູຈາງ