leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຕ໋ວນເຊີນ.

ທີ່ກອງປະຊຸມ, ບັນດາຜູ້ແທນຊີ້ແຈ້ງວ່າ, ການປ່ຽນແປງຂອງດິນຟ້າອາກາດໄດ້ຮັບຖືວ່າແມ່ນສິ່ງທ້າທາຍໃຫຍ່ທີ່ສຸດຂອງມວນມະນຸດໃນສະຕະວັດທີ XXI, ມີຜົນສະທ້ອນຢ່າງເລິກເຊິ່ງ ແລະເຮັດໃຫ້ຊີວິດດ້ານເສດຖະກິດ-ສັງຄົມມີການປ່ຽນແປງຢ່າງຮອບດ້ານ. ຂົງເຂດນີ້ບໍ່ພຽງແຕ່ແມ່ນບັນຫາສະເພາະຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທົ່ວໂລກອີກດ້ວຍ. ຍ້ອນເຫດນັ້ນ, ການຮ່ວມມື, ແບ່ງປັນບົດຮຽນຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນມີຄວາມຈໍາເປັນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຕ໋ວນເຊີນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ຕີລາຄາວ່າ, ການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາປະເທດສະມາຊິກ ASEM ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈພ້ອມກັນກະທໍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ສະເໜີໃຫ້ບັນດາປະເທດສະມາຊິກພັດທະນາໃນ ASEM ມີບັນດາມາດຕະການໜູນຊ່ວຍດ້ານການເງິນໃຫ້ບັນດາປະເທດສະມາຊິກພວມພັດທະນາທີ່ຕ້ອງປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫັນບັນດາຂໍ້ລິເລີ່ມຂຽວຂອງປະເທດສະມາຊິກໃຫ້ປະກົດຜົນເປັນຈິງຢ່າງວ່ອງໄວ, ເປັນຕົ້ນແມ່ນກົນໄກຮ່ວມມືທົ່ວໂລກກ່ຽວກັບການຫຼຸດຜ່ອນສິ່ງເສດເຫຼືອຢາງອອກສູ່ມະຫາສະໝຸດ ໂດຍຫວຽດນາມ ສະເໜີ ແລະໄດ້ຮັບການສະໜັບສະໜູນຈາກກຸ່ມ G7.

 

ແປໂດຍ: ຫງວຽນກຸກ