leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ຕ໋ວນເຊີນ.

ກອງປະຊຸມສະແດງໃຫ້ເຫັນບົດບາດນຳໜ້າຂອງ ASEM ໃນການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ ແລະບັນດາຄຳໝັ້ນສັນຍາທີ່ໄດ້ລົງນາມໃນຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປ່ງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ນີ້ແມ່ນບ່ອນເພື່ອໃຫ້ບັນດາປະເທດ ASEM ແລກປ່ຽນບັນດາບົດຮຽນທີ່ດີ, ແບບຢ່າງທີ່ດີ ແລະຍົກອອກບັນດານະໂຍບາຍຢ່າງແທດຈິງສຳລັບບັນດາປະເທດສະມາຊິກ ກ່ຽວກັບມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສຳລັບ ຫວຽດນາມ, ກອງປະຊຸມແມ່ນໂອກາດ ເພື່ອໃຫ້ບັນດາອົງການທ້ອງຖິ່ນມີກາລະໂອກາດທາບທາມຄຳເຫັນ, ຮ່ວມມືກັບບັນດານັກຊ່ຽວຊານສາກົນແຖວໜ້າໃນໂລກ ກ່ຽວກັບການປ່ຽນແປ່ງຂອງດິນຟ້າອາກາດ, ກໍ່ຄື ຍາດແຍ່ງການໜູນຊ່ວຍກ່ຽວກັບຊັບພະຍາກອນມະນຸດ, ກຳລັງວັດຖຸຈາກບັນດາປະເທດພັດທະນາ.

ຄະນະຈັດຕັ້ງໃຫ້ຮູ້ວ່າ, ມີຜູ້ແທນປະມານກວ່າ 200 ຄົນທີ່ມາຈາກ 53 ປະເທດສັງກັດ ASEM ເຂົ້າຮ່ວມກອງປະຊຸມທີ່ດຳເນີນໃນລະຫວ່າງວັນທີ 19 - 20 ມິຖຸນາ.

ແປໂດຍ: ທູຮັ່ງ