ທ່ານ ຮສຈ.ປອ ເຈິ່ນກຸ໋ຍເຕື່ອງ, ຫົວໜ້າກົມເຕັກໂນໂລຢີຂໍ້ມູນຂ່າວສານ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ເລື່ອງສ້າງລະບົບເອກະສານສຸຂະພາບຜ່ານທາງເອເລັກໂຕນິກແມ່ນເນື້ອໃນສໍາຄັນໃນການສ້າງສາທາລະນະສຸກເລັກໂຕນິກເພື່ອສ້າງ ແລະພັດທະນາສາທາລະນະສຸກສະຫຼາດ, ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກໍາຄັ້ງທີ 4 ເທື່ອລະກ້າວ, ປະກອບສ່ວນຫັນຂະແໜງສາທາລະນະສຸກເປັນທັນສະໄໝ, ຕອບສະໜອງຄວາມຕ້ອງການໃນການປົກປ້ອງ, ເບິ່ງແຍງດູແລ ແລະຍົກສູງສຸຂະພາບໃຫ້ປະຊາຊົນໃນສະພາບການໃໝ່ຕາມມະຕິເລກທີ 20-NQ/TW.

leftcenterrightdel
ພິທີເລີ່ມເຄື່ອນໄຫວສ້າງເອກະສານສຸຂະພາບເອເລັກໂຕນິກໃຫ້ແກ່ປະຊາຊົນ. ພາບ: nhandan. com.vn.

ຂັ້ນຕອນຜັນຂະຫຍາຍເອກະສານສຸຂະພາບຜ່ານທາງເອເລັກໂຕນິກໄດ້ເລີ່ມຕົ້ນແຕ່ເດືອນ ມິຖຸນາ-ທັນວາ 2018 ແມ່ນໄລຍະສ້າງຊອັບແວສຸຂະພາບເອເລັກໂຕນິກ; ແຕ່ເດືອນມັງກອນ-ມິຖຸນາ 2019 ຈະຜັນຂະຫຍາຍ ແລະສໍາເລັດຊອັບແວເອກະສານສຸຂະພາບເອເລັກໂຕນິກໃຫ້ 8 ແຂວງ, ນະຄອນສັງກັດໃນຮູບແບບທົດລອງ; ແຕ່ເດືອນກໍລະກົດ 2019 ຈະຈັດຕັ້ງການຜັນຂະຫຍາຍທະວີຄູນໃນທົ່ວປະເທດ.

ແປໂດຍ: ເຈິ່ນຮວ່ຽນ