ທ່ານ ຟ້າມວັນດ໋ຽນ, ຮອງຫົວໜ້າກົມໃຫຍ່ປ່າໄມ້ ໃຫ້ຮູ້ວ່າ, ສະຫະປະຊາຊາດໄດ້ເລືອກວັນທີ 17 ມິຖຸນາ ແຕ່ລະປີແມ່ນວັນສາກົນຕ້ານການຫັນເປັນທະເລຊາຍ. ປີ 2018, ເລຂາທິການໃຫຍ່ສົນທິສັນຍາກ່ຽວກັບການຕ້ານການຫັນເປັນທະເລຊາຍ ໄດ້ເລືອກເອົາຫົວຂໍ້ “ເລືອກເຟັ້ນຄຸນຄ່າແທ້ໃຫ້ດິນ” ເພື່ອໃຫ້ 186 ປະເທດສະມາຊິກສົນທິສັນຍາປຸກລະດົມແນໃສ່ຕອບສະໜອງວັນສາກົນຕ້ານການຫັນເປັນທະເລຊາຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປູກຕົ້ນໄມ້ຕ້ານການຫັນເປັນທະເລຊາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຄາດໝາຍພັດທະນາແບບຍືນຍົງຂອງສົນທິສັນຍາກ່ຽວກັບການຕ້ານການຫັນເປັນທະເລຊາຍ ຊີ້ແຈ້ງວ່າ: “ເຖິງປີ 2030, ການຕ້ານການຫັນເປັນທະເລຊາຍ, ຟື້ນຟູທີ່ດິນ, ລວມທັງທີ່ດິນຖືກຜົນສະທ້ອນຈາກການຫັນເປັນທະເລຊາຍ, ໄພແຫ້ງແລ້ງ ແລະນ້ຳຖ້ວມ...”.

ເພາະສະນັ້ນ, ຄໍາຮຽກຮ້ອງອັນຮີບດ່ວນແມ່ນຫວຽດນາມ ຄວນສືບຕໍ່ປູກຕົ້ນໄມ້, ປູກປ່າໄມ້, ຂະຫຍາຍປ່າໄມ້ແບບຍືນຍົງ, ປະກອບສ່ວນບໍ່ໃຫ້ດິນຖືກເສື່ອມຄຸນ. ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ພາຍຫຼັງພິທີຕອບສະໜອງວັນໂລກ ສະກັດກັ້ນ ແລະຕ້ານການຫັນເປັນທະເລຊາຍ, ບັນດາຜູ້ແທນໄດ້ພ້ອມກັນເຂົ້າຮ່ວມການປູກຕົ້ນໄມ້ຂຽວຫຼາຍຕົ້ນໃນບໍລິເວນມະຫາວິທະຍາໄລ ທ໋າຍງວຽນ ສາຂາ ລາວກາຍ.

 

ແປໂດຍ: ເກື່ອງດັ້ງ