ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງໂດຍສະພາແຫ່ງຊາດຮັບຮອງເອົາຢູ່ກອງປະຊຸມເທື່ອທີ 3, ສະພາແຫ່ງຊາດຊຸດທີ XIV ແລະມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ເພື່ອຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ນໍາບັນດານະໂຍບາຍ, ວິທີການເຊິ່ງກໍານົດໃນກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງເຂົ້າສູ່ຊີວິດຢ່າງໄວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການສັງກັດລັດຖະບານ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນສັງກັດສູນກາງສຸມໃສ່ຊີ້ນໍາ, ຈັດຕັ້ງການປະຕິບັດບັນດາມາດຕະການ, ໜ້າທີ່ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະການລົງທຶນເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນສັງກັດສູນກາງປະຕິບັດບົດບາດປະສານງານ, ກໍານົດຄາດໝາຍ, ເປົ້າໝາຍ, ຈຸດສຸມໜູນຊ່ວຍ ເພື່ອກໍ່ສ້າງ ແລະຜັນຂະຫຍາຍບັນດານະໂຍບາຍ, ລາຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ. ຫ້ອງການຄ້າ ແລະອຸດສາຫະກໍາຫວຽດນາມ, ສະຫະພັນວິສາຫະກິດຂະໜາດນ້ອຍ ແລະກາງຫວຽດນາມ ແລະອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສັງຄົມ-ອາຊີບອື່ນເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ຄະນະກໍາມະການປະຊາຊົນແຂວງ, ນະຄອນສັງກັດສູນກາງໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ບັນດາສະມາຊິກສະມາຄົມ, ປະຊາຄົມວິສາຫະກິດຂະໜາດນ້ອຍ ແລະກາງ. ຄະນະກໍາມະການປະຊາຊົນແຂວງ, ນະຄອນສັງກັດສູນກາງສຸມໃສ່ຊີ້ນໍາບັນດາພະແນກ, ຂະແໜງການ, ຄະນະກໍາມະການປະຊາຊົນຂັ້ນເມືອງ, ບັນດາອົງການສື່ມວນຊົນຈັດຕັ້ງການໂຄສະນາ ແລະເຜີຍແຜ່, ສຶກສາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ບັນດາອົງການ, ອົງການຈັດຕັ້ງ, ປະຊາຊົນຢູ່ທ້ອງຖິ່ນເປັນຢ່າງດີ.

 

ແປໂດຍ: ເກື່ອງດັ້ງ