leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢ້ຽມຊົມຮ້ານຂາຍສິນຄ້າກາເຟ ຈູງງວຽນ. ພາບ: baochinhphu.vn.

ງານຕະຫຼາດນັດປີນີ້ໄດ້ຈັດຂຶ້ນໃນເນື້ອທີ່ 190.000 ຕາແມັດ, ລວມມີ 8.500 ຮ້ານ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 3.800 ກວ່າແຫ່ງທີ່ມາຈາກ 53 ປະເທດ ແລະເຂດແຄວ້ນ. ຄະນະວິສາຫະກິດຫວຽດນາມ ເຂົ້າຮ່ວມ 200 ຮ້ານດ້ວຍວິສາຫະກິດເກືອບ 100 ແຫ່ງ; ບັນດາຮ້ານຂາຍສິນຄ້າ, ລວມມີ: ສິນທະເລ, ໝາກມ່ວງຫິມະພານ, ກາເຟ, ໝາກໄມ້...

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄໍາເຫັນທີ່ພິທີໄຂງານຕະຫຼາດນັດ. ພາບ: baochinhphu.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງງານຕະຫຼາດນັດຈີນ-ອາຊີໃຕ້ ແລະງານຕະຫຼາດນັດນໍາເຂົ້າ-ສົ່ງອອກຄຸນມີງ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນລະຫວ່າງປະຊາຄົມວິສາຫະກິດພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ກັບຈີນ; ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສ້າງບັນດາເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຢູ່ພາກພື້ນ ແລະໃນໂລກເຂົ້າມາລົງທຶນ, ດໍາເນີນທຸລະກິດຍາວນານຢູ່ຫວຽດນາມ; ປະກອບສ່ວນປັບປຸງ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ, ເພື່ອຄວາມວັດທະນາຖາວອນ, ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະໂລກ.

 

ແປໂດຍ: ຫງວຽນກຸກ