ນັບແຕ່ເມື່ອປະຕິບັດການກວດ, ປິ່ນປົວພະຍາດໃຫ້ນາຍ ແລະພົນທະຫານ, ໂຮງໝໍເສນາຮັກ 7A (ກົມພະລາທິການທະຫານເຂດ 7) ໄດ້ວາງອອກຫຼາຍມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ. ເຄື່ອງອຸປະກອນການແພດຫຼາຍຢ່າງໄດ້ຮັບການລົງທຶນໃໝ່, ທັນສະໄໝ, ພື້ນຖານໂຄງລ່າງ, ເຂດກວດພະຍາດໃໝ່ຖືກນໍາເຂົ້າໃຊ້ການ...

ທະຫານເຂດ 7 ໄດ້ປະຕິບັດການອອກບັດປະກັນສຸຂະພາບໃຫ້ພະນັກງານ,  ນັກຮົບ 100% ນັບແຕ່ເດືອນ ມັງກອນ 2017. ເຖິງຢ່າງໃດກໍ່ຕາມ, ມີບາງຄວາມຫຍຸ້ງຍາກ, ຂໍ້ຕິດຂັດເມື່ອປະຕິບັດ, ຄື: ພະນັກງານ, ນັກຮົບບາງຄົນເມື່ອມາໂຮງໝໍກວດ, ປິ່ນປົວພະຍາດບໍ່ໄດ້ຖືບັດປະກັນສຸຂະພາບໄປນໍາ, ພຽງແຕ່ມີໃບແນະນໍາເທົ່ານັ້ນ. ມີບາງກໍລະນີນາຍ ແລະພົນທະຫານລົງທະບຽນກວດ, ປິ່ນປົວພະຍາດຢູ່ຂັ້ນຮາກຖານ, ແຕ່ພັດມາກວດ, ປິ່ນປົວພະຍາດຢູ່ໂຮງໝໍເສນາຮັກ 7A. ເພື່ອຮັບປະກັນສິດຜົນປະໂຫຍດໃຫ້ນາຍ ແລະພົນທະຫານ, ໂຮງໝໍຍັງຄົງສ້າງເງື່ອນໄຂເພື່ອກວດ, ປິ່ນປົວພະຍາດຢ່າງທັນທີ, ມີປະສິດທິຜົນ, ແຕ່ວ່ານັບແຕ່ນີ້ກໍ່ເກີດຄວາມຫຍຸ້ງຍາກຫຼາຍຢ່າງນັ້ນແມ່ນນາຍ ແລະພົນທະຫານເມື່ອກວດ, ປິ່ນປົວພະຍາດບໍ່ຖືກສາຍ ຫຼື ບໍ່ມີບັດປະກັນສຸຂະພາບຕ້ອງເພີ່ມເຕີມເອກະສານປ່ຽນໂຮງໝໍ ເພື່ອຮັບປະກັນໃຫ້ການຊໍາລະປະກັນສຸຂະພາບ.

leftcenterrightdel
ທ່ານໝໍໂຮງໝໍເສນາຮັກ 7A ກວດ, ປິ່ນປົວພະຍາດໃຫ້ນາຍ ແລະພົນທະຫານ. ພາບ: ຈູງກຽນ.

ໂດຍຖອດຖອນບົດຮຽນແຕ່ປີ 2017, ນັບແຕ່ຕົ້ນປີ 2018, ໂຮງໝໍເສນາຮັກ 7A ຜັນຂະຫຍາຍປະຕິບັດການແກ້ໄຂບັນດາກໍລະນີທີ່ຍັງບໍ່ທັນມີບັດປະກັນສຸຂະພາບໃຫ້ສຳເລັດໃນເດືອນ. ເມື່ອຄົນເຈັບແມ່ນນາຍ ແລະພົນທະຫານມາປິ່ນປົວ, ໜ່ວຍປະກັນສຸຂະພາບຂອງໂຮງໝໍຈະກວດກາ ແລະແຈ້ງໃຫ້ກົມກອງກວດກາລະຫັດບັດປະກັນສຸຂະພາບເລີຍ ແລະສະເໜີກົມກອງຕິດຕໍ່ເພື່ອເພີ່ມເຕີມເອກະສານປ່ຽນໂຮງໝໍໃຫ້ນາຍ ແລະພົນທະຫານ.

ພັນຕີ  ຟານທິອຽນຮວາ, ຫົວໜ້າໜ່ວຍປະກັນສຸຂະພາບໂຮງໝໍເສນາຮັກ 7A ສະເໜີ: “ເລື່ອງອອກບັດປະກັນສຸຂະພາບຄວນໄດ້ຮັບການປະຕິບັດຢ່າງໄວເພື່ອຈໍາກັດກໍລະນີລໍຖ້າບັດ ຫຼື ຂໍ້ມູນຢູ່ໃນບັດບໍ່ຖືກຕ້ອງ. ສໍາລັບນັກຮົບໃໝ່ຄວນອອກບັດປະກັນສຸຂະພາບຢ່າງທັນທີນັບແຕ່ຕອນເຂົ້າເປັນທະຫານ ເພື່ອສ້າງຄວາມສະດວກໃຫ້ແກ່ການຕິດຕາມກວດກາ, ປິ່ນປົວພະຍາດ. ນາຍ ແລະພົນທະຫານຄວນເລືອກບ່ອນລົງທະບຽນກວດ, ປິ່ນປົວພະຍາດໃນເບື້ອງຕົ້ນຢູ່ບັນດາໂຮງໝໍເສນາຮັກ ເພື່ອມີຄວາມສະດວກກວ່າໃນການກວດ, ປິ່ນປົວພະຍາດ ແລະແກ້ໄຂລະບຽບການຕ່າງໆ”.

ຕາມການກໍານົດກ່ຽວກັບການກວດ, ປິ່ນປົວພະຍາດປະກັນສຸຂະພາບແລ້ວ, ນາຍ ແລະພົນທະຫານໄດ້ເລືອກເອົາບ່ອນກວດ, ປິ່ນປົວພະຍາດປະກັນສຸຂະພາບໃນເບື້ອງຕົ້ນຢູ່ຮາກຖານເສນາຮັກ, ໂຮງໝໍປະຊາຊົນທີ່ສະດວກກັບບ່ອນຕັ້ງທັບ, ບ່ອນເຮັດວຽກ, ໄດ້ຮັບປະກັນ 100% ຄ່າກວດ ແລະປິ່ນປົວພະຍາດ, ດັ່ງນັ້ນ, ໄດ້ສ້າງຄວາມສະດວກໃຫ້ນາຍ ແລະພົນທະຫານໃນການເລືອກຮາກຖານກວດ, ປິ່ນປົວພະຍາດທີ່ເໝາະສົມ. ສິ່ງດັ່ງກ່າວກໍ່ວາງອອກບັນດາສິ່ງທ້າທາຍໃຫ້ບັນດາຮາກຖານເສນາຮັກໃນການດຶງດູດຄົນເຈັບ ແລະຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ.

ພັນເອກພິເສດ, ປອ.ທ່ານໝໍ ເລກວາງຈີ໋, ຜູ້ອໍານວຍການໂຮງໝໍເສນາຮັກ 7A ໃຫ້ຮູ້ວ່າ: “ໂຮງໝໍເສນາຮັກ 7A ແລະ7B, ໂຮງໝໍທະຫານ ແລະປະຊາຊົນພາກຕາເວັນອອກສັງກັດທະຫານເຂດ 7 ໄດ້ປະຕິບັດການເຊື່ອມຕໍ່ໃນການຮັບເອົາ, ກວດ, ປິ່ນປົວພະຍາດໃຫ້ນາຍ ແລະພົນທະຫານ. ໂຮງໝໍເສນາຮັກ 7A ຕັ້ງຢູ່ໃຈກາງນະຄອນ ໂຮ່ຈິມິນ, ບ່ອນທີ່ມີຮາກຖານສາທາລະນະສຸກໃຫຍ່ຫຼາຍແຫ່ງດ່ັງນັ້ນ, ໂຮງໝໍຍາມໃດກໍ່ມານະພະຍາຍາມຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ປະຕິຮູບລະບຽບການບໍລິຫານ... ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຄົນເຈັບ”.

 

ແປໂດຍ: ເກື່ອງດັ້ງ