ເວທີປາໄສດັ່ງກ່າວລວມມີການເຄື່ອນໄຫວຫຼາຍຢ່າງຄື: ກອງປະຊຸມສຳມະນາແນະນໍາເຕັກໂນໂລຢີກະສິກໍາ, ສິນໃນນໍ້າ; ແນະນໍາຜົນງານໝູນໃຊ້ເຕັກໂນໂລຢີສະຫຼາດ ເພື່ອຮັບໃຊ້ການຜະລິດກະສິກໍາໃຫ້ເໝາະກັບການປ່ຽນແປງຂອງດິນຟ້າອາກາດ...

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮູບຈໍາລອງໝູນໃຊ້ເຕັກໂນໂລຢີຮັບໃຊ້ຜະລິດກະສິກໍາ. ພາບ: ຮົ່ງດັງ.

ຕາມການຕີລາຄາຂອງນັກຊ່ຽວຊານ ແລະນັກຄຸ້ມຄອງແລ້ວ, ການລົງທຶນຄົ້ນຄວ້າ, ໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີຢູ່ທົ່ງພຽງແມ່ນໍ້າຂອງແມ່ນຍັງບໍ່ທັນໄດ້ຄືຄວາມມຸ່ງຫວັງເທື່ອ, ວິທີການຜະລິດຈາກກະສິກໍາທີ່ເປັນມູນເຊື້ອໄປສູ່ກະສິກໍາທັນສະໄໝຍັງຊັກຊ້າຢູ່. ຜ່ານເວທີປາໄສດັ່ງກ່າວ, ກະຊວງວິທະຍາສາດ ແລະເຕັກໂນໂລຢີປາດຖະໜາຢາກສ້າງບາດກ້າວພັດທະນາໃໝ່ ເພື່ອແນໃສ່ຍູ້ແຮງການໝູນໃຊ້, ການຖ່າຍທອດ ແລະປ່ຽນແປງໃໝ່ເຕັກໂນໂລຢີໃນການຜະລິດກະສິກໍາຢູ່ທົ່ງພຽງແມ່ນໍ້າຂອງໃນໄລຍະຈະມາເຖິງ.

 

ແປໂດຍ: ເກື່ອງດັ້ງ