ດ້ວຍມູນຄ່າ 1,9 ລ້ານໂດລາສະຫະລັດ ແລະໄດ້ປະຕິບັດໃນໄລຍະສອງປີ 2018-2019, ໂຄງການດັ່ງກ່າວຈະສົມທົບກັບໂຄງການ “ປະສິດທິຜົນພະລັງງານໃຫ້ບັນດາວິສາຫະກິດອຸດສາຫະກໍາຂອງ ຫວຽດນາມ” (VEEIEs) ຂອງທະນາຄານໂລກ (WB) ເພື່ອແນໃສ່ຊ່ວຍເຫຼືອບັນດາວິສາຫະກິດໄດ້ສຳຜັດກັບແຫຼ່ງເງິນລົງທຶນໃຫ້ແກ່ການປະຢັດພະລັງງານ ແລະມີປະສິດທິຜົນຂອງພະລັງງານ.

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວເລີ່ມເຄື່ອນໄຫວໂຄງການ. ພາບ: petrotimes.vn.

ທີ່ການປະຊຸມຂ່າວ, ຜູ້ຕາງໜ້າຂອງ ຫວຽດນາມ ແລະສ. ເກົາຫຼີ ກໍ່ປຶກສາຫາລືກ່ຽວກັບເຕັກໂນໂລຢີປະຢັດພະລັງງານ ແລະປະລະບັນດາຮົ້ວກີດຂວາງກ່ຽວກັບດ້ານການເງິນ, ຊ່ວຍບັນດາວິສາຫະກິດສາມາດສຳຜັດກັບແຫຼ່ງການເງິນລົງທຶນປະຢັດພະລັງງານຢ່າງມີປະສິດທິຜົນ.

 

ແປໂດຍ: ເກື່ອງດັ້ງ