ງານໂຮມຊຸມນຸມສະຫຼອງວັນງົດການສູບຢາໂລກ
ກປ.ອອນໄລ - ຕອນເຊົ້າວັນທີ 24 ພຶດສະພາ, ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໄດ້ສົມທົບກັບກົມເສນາຮັກ (ກົມໃຫຍ່ພະລາທິການ) ແລະກອງທຶນຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບ (ກະຊວງສາທາລະນະສຸກ) ຈັດຕັ້ງງານໂຮມຊຸມນຸມສະຫຼອງວັນງົດການສູບຢາໂລກ (ວັນທີ 31 ພຶດສະພາ) ແລະສັບປະດາແຫ່ງຊາດງົດການສູບຢາ (ແຕ່ວັນທີ 25 ຫາວັນທີ 31 ພຶດສະພາ).
ໃນຊຸມປີຜ່ານມາ, ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໄດ້ຊາບຊຶມ, ປະຕິບັດກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບຢ່າງເຂັ້ມງວດ; ສ້າງຕັ້ງຄະນະຊີ້ນໍາຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບຢູ່ທຸກຂັ້ນ; ສ້າງແຜນການ, ແນະນໍາຜັນຂະຫຍາຍ, ຈັດຕັ້ງປະຕິບັດການເຄື່ອນໄຫວຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບຢູ່ບັນດາອົງການ, ກົມກອງຢ່າງຄົບຊຸດ, ແໜ້ນແຟ້ນ, ຮັບປະກັນຄຸນນະພາບ, ປະສິດທິຜົນຢ່າງແທດຈິງ.
|
|
ຜູ້ຕາງໜ້າບັນດາອົງການ, ກົມກອງສັງກັດກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໄດ້ລົງນາມໃນສັນຍາແຂ່ງຂັນສ້າງສະພາບແວດລ້ອມແຫ່ງການເຮັດວຽກບໍ່ມີຄວັນຢາສູບ. ພາບ: qdnd.vn. |
ທີ່ພິທີ, ຜູ້ຕາງໜ້າບັນດາອົງການ, ກົມກອງສັງກັດກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໄດ້ລົງນາມໃນສັນຍາແຂ່ງຂັນສ້າງສະພາບແວດລ້ອມແຫ່ງການເຮັດວຽກບໍ່ມີຄວັນຢາສູບ, ດ້ວຍບັນດາເນື້ອໃນ: ຍູ້ແຮງການໂຄສະນາກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ແກ່ພະນັກງານ, ນັກຮົບຕັ້ງໜ້າເຂົ້າຮ່ວມການຕ້ານ ແລະສະກັດກັ້ນຜົນຮ້າຍຈາກຢາສູບ.
ແປໂດຍ: ເຈິ່ນຮວ່ຽນ