leftcenterrightdel
ທ່ານນາງ ເຈືອງທິມາຍ ລົງຢ້ຽມຢາມ ແລະອວຍພອນສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ. ພາບ: dangcongsan.vn.

ຕາງໜ້າການນໍາພັກ, ລັດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄໍາອວຍພອນເຖິງພະມະຫາອາຈານ ທິກແທງຫຍ້ຽວ ແລະພະສົງສໍາມະເນນ, ພຸດທະສາສະນິກກະຊົນທຸກຄົນ ເນື່ອງໃນໂອກາດວັນວິສາຂະບູຊາ. ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເນັ້ນໜັກວ່າ: ພັກ,  ລັດຍາມໃດກໍ່ເຄົາລົບນັບຖື, ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາຫວຽດນາມ ແລະບັນດາພະສົງສໍາມະເນນ, ພຸດທະສາສະນິກກະຊົນ, ໃນຫຼາຍປີຜ່ານມາຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ. ທ່ານນາງ ເຈືອງທິມາຍ ຕີລາຄາສູງເລື່ອງສະມາຄົມພຸດທະສາສະໜາຫວຽດນາມ ປະກາດໃຊ້ໜັງສືທາງການເລກທີ 31 ດ້ວຍເນື້ອໃນສະເໜີ “ລົບລ້າງໄພເຊື່ອຖືງົມງວາຍ, ຈູດເຜົາເງິນຄຳ, ເຄື່ອງຂອງບູຊາດ້ວຍເຈ້ຍຢູ່ບັນດາຮາກຖານບູຊາຂອງພຸດທະສາສະໜາ ແລະບັນດາຮູບການຕ່າງໆທີ່ຝືນກັບຮີດຄອງປະເພນີທີ່ດີງາມ, ວັດທະນະທໍາຂອງຊາດ ແລະວັດທະນະທໍາຂອງພຸດທະສາສະໜາຫວຽດນາມ”, ແນະນໍາໃຫ້ພຸດທະສາສະນິກກະຊົນມຸ່ງໄປເຖິງບັນດາຄຸນຄ່າອັນດີງາມ, ປະກອບສ່ວນພັດທະນາພຸດທະສາສະໜາກໍ່ຄືພັດທະນາປະເທດຊາດ.

ພະມະຫາອາຈານ ທິກແທງຫຍ້ຽວ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມໃຫຍ່ພຸດທະສາສະໜາທົ່ວປະເທດຄັ້ງທີ VIII ປີ 2017, ປີ 2018 ແມ່ນປີທໍາອິດທີ່ບັນດາມະຕິຂອງກອງປະຊຸມໃຫຍ່ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ.  ໃນໄລຍະຜ່ານມາ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ກໍ່ໄດ້ດໍາເນີນການບູລະນະບຸກຄະລາກອນ, ປັບປຸງກົດລະບຽບການເຄື່ອນໄຫວຂອງຄະນະບໍລິຫານງານສະມາຄົມພຸດທະສາສະໜາທຸກຂັ້ນໃຫ້ສົມບູນ. ພະມະຫາອາຈານ ທິກແທງຫຍ້ຽວ ຢັ້ງຢືນວ່າຈະສືບຕໍ່ຂົນຂວາຍບັນດາພະສົງສໍາມະເນນ, ພຸດທະສາສະນິກກະຊົນເຂົ້າຮ່ວມການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຢ່າງຕັ້ງໜ້າ, ປະກອບສ່ວນພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ສັງຄົມປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ.

 

ແປໂດຍ: ກວຽດເຕິມ