ປະຈຸບັນ, ແຂວງແຄ໋ງຮວ່າ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດມີກວ່າ 50.200 ຄົນ; ໃນນັ້ນມີກວ່າ 7.830 ຄົນພວມໄດ້ຊົມໃຊ້ເງິນອູດໜູນປະຈໍາເດືອນ. ທົ່ວແຂວງແຄ໋ງຮວ່າ ແມ່ຫວຽດນາມວິລະຊົນມີ 964 ຄົນ, ໃນນັ້ນ, ມີແມ່ 34 ຄົນຍັງມີຊີວິດຢູ່ພວມໄດ້ຮັບການເບິ່ງແຍງລ້ຽງດູຕະຫຼອດຊີວິດຈາກບັນດາອົງການ, ກົມກອງດ້ວຍຈໍານວນເງິນອູດໜູນແຕ່ລະເດືອນແມ່ນ 8 ແສນດົ່ງເຖິງ 1 ລ້ານດົ່ງ; ທະຫານເສຍອົງຄະ, ທະຫານເຈັບປ່ວຍໜັກ 100% ໄດ້ຮັບການໜູນຊ່ວຍເງິນປຸກສ້າງເຮືອນແຫ່ງສາຍຈິດມິດໃຈ; ຄອບຄົວຜູ້ມີຄຸນງາມຄວາມດີ 100% ມີລະດັບຄອງຊີບເທົ່າກັບ ຫຼື ສູງກວ່າລະດັບປານກາງຂອງຊາວທ້ອງຖິ່ນຢູ່ແຫ່ງນີ້.

leftcenterrightdel
ຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ແຄ໋ງຮວ່າ ທີ່ການພົບປະສັງສັນ. ພາບ: ຢຸຍແທ່ງ.

ທີ່ການພົບປະສັງສັນ, ຕາງໜ້າຫົວໜ້າກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ, ທ່ານພົນຈັດຕະວາ ເຈີ່ນກວກຢູງ ໄດ້ຢ້ຽມຢາມຖາມຂ່າວ, ມອບຂອງຂວັນຂອງກະຊວງປ້ອງກັນປະເທດໃຫ້ບັນດາຜູ້ແທນ, ພ້ອມທັງໃຫ້ຂ່າວກ່ຽວກັບບາງການເຄື່ອນໄຫວຂອງບັນດາກົມກອງໃນທົ່ວກອງທັບໃນການປະຕິບັດໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບ, ຕອບບຸນແທນຄຸນ...

 

ແປໂດຍ: ເກື່ອງດັ້ງ