ສາມສຸກສາລາຕາແສງໄດ້ຮັບການເລືອກເຟັ້ນເປັນຕົວແທນໃຫ້ສາມເຂດ 1, 2, 3 ແມ່ນສຸກສາລາ ໄຕໂມ໊ (ເມືອງ ນາມຕື່ລຽມ); ສຸກສາລາ ເຕິນໂຮ້ຍ (ເມືອງ ດານເຟື້ອງ) ແລະສຸກສາລາຕາແສງ ມີງເຈົາ (ເມືອງ ບາວີ່).

leftcenterrightdel
ທ່ານນາງ ຫງວຽນທິກິມຕ໋ຽນ ລັດຖະມົນຕີກະຊວງສາທາລະນະສຸກ ລົງກວດກາຢູ່ສຸກສາລາຕາແສງ ມີງເຈົາ (ເຂດ 3) ຂອງເມືອງ ບາວີ່. ພາບ: ສໍານັກຂ່າວສານຫວຽດນາມ.

ຜ່ານການສໍາຫຼວດ, ທ່ານນາງ ຫງວຽນທິກິມຕ໋ຽນ ຖືວ່າ, ບັນດາສຸກສາລາໄດ້ຮັບການເລືອກເຟັ້ນລ້ວນແຕ່ບັນລຸມາດຕະຖານຂອງແຜນຮ່າງ, ການເຄື່ອນໄຫວສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສະກັດກັ້ນ, ຕ້ານໂລກພະຍາດ ແລະສົ່ງເສີມສຸຂະພາບໃຫ້ປະຊາຊົນໂດຍພື້ນຖານ. ພິເສດ, ສຸກສາລາ ເຕິນໂຮ້ຍ ແລະມີງເຈົາ ແມ່ນສອງສຸກສາລາຢູ່ຊານນະຄອນ, ໄກຈາກໃຈກາງ, ຈຳນວນໂຮງໝໍຢູ່ອ້ອມແອ້ມບໍ່ຫຼາຍ. ສະນັ້ນ, ບົດບາດການກວດ, ປິ່ນປົວພະຍາດ, ເປັນຕົ້ນແມ່ນບັນດາພະຍາດບໍ່ຕິດແປດຄືຄວາມດັນເລືອດສູງ, ເບົາຫວານແມ່ນສໍາຄັນທີ່ສຸດ.

ເຖິງຢ່າງໃດກໍ່ຕາມ, ທ່ານນາງ ຫງວຽນທິກິມຕ໋ຽນ ໃສ່ໃຈວ່າ, ບັນດາສຸກສາລາຂອງ ຮ່າໂນ້ຍ ຄວນສ້າງໂຄງປະກອບຫ້ອງ, ຂະແໜງ, ເນື້ອທີ່ໃຫ້ຫ້ອງກວດພະຍາດຄືນໃໝ່... ເພີ່ມທະວີການພັດທະນາແພດສາດພື້ນເມືອງ, ຟື້ນຟູສຸຂະພາບ, ສວນຢາພື້ນເມືອງເພື່ອໃຫ້ປະຊາຊົນທັງໄດ້ຮັບການກວດ, ປິ່ນປົວພະຍາດດ້ວຍຢາຕາເວັນຕົກທັງໄດ້ຮັບການສົ່ງເສີມສຸຂະພາບດ້ວຍຢາພື້ນເມືອງ...

 

ແປໂດຍ: ເຈິ່ນຮວ່ຽນ